ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ ຢ້ຽມ​ຢາມ​ໄທ ຢ່າງ​ເປັນ​ທາງ​ການ

(VOVWORLD) - ການນຳສອງທ່ານຈະສຸມໃສ່ປຶກສາຫາລື ກ່ຽວກັບການຊຸກຍູ້ການພົວພັນສອງຝ່າຍ ພັດທະນາຮອບດ້ານໃນທຸກດ້ານ, ໂດຍສະເພາະແມ່ນການສົມທົບກັນຮັບມືກັບໂລກລະບາດໂຄວິດ 19.
ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ ຢ້ຽມ​ຢາມ​ໄທ ຢ່າງ​ເປັນ​ທາງ​ການ - ảnh 1

 (ພາບ: ກະຊວງການຕ່າງປະເທດໄທ)

   ວັນທີ 1-2 ພຶດສະພາ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Kishida Fumio ພວມຢູ່ຢ້ຽມຢາມໄທ. ໃນນັ້ນ, ວັນທີ 2 ພຶດສະພາ, ທ່ານຈະພົບປະເຈລະຈາສອງຝ່າຍ ກັບນາຍົກລັດຖະມົນຕີໄທ ປຣະຢຸດ ຈັນໂອຈາ.

  ຄາດວ່າ, ການນຳສອງທ່ານຈະສຸມໃສ່ປຶກສາຫາລື ກ່ຽວກັບການຊຸກຍູ້ການພົວພັນສອງຝ່າຍ ພັດທະນາຮອບດ້ານໃນທຸກດ້ານ, ໂດຍສະເພາະແມ່ນການສົມທົບກັນຮັບມືກັບໂລກລະບາດໂຄວິດ 19, ການຟື້ນຟູເສດຖະກິດຫຼັງໂລກລະບາດ, ການຈັດບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 135 ປີ (1887 - 2022)  …  ນອກຈາກນັ້ນແລ້ວ, ການນຳສອງທ່ານ ຈະປຶກສາຫາລືກ່ຽວກັບບັນຫາ ມຽນມາ,  ການປະກັນລະຫວ່າງ ລັດເຊຍ-ຢູແກຼນ ແລະ ແລກປ່ຽນກ່ຽວກັບວຽກງານກະກຽມຈັດກອງປະຊຸມຂັ້ນສູງພິເສດ ອາຊຽນ-ຍີ່ປຸ່ນ ໃນປີ 2023 ຢູ່ຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ