ນາຍົກລັດຖະມົນຕີຍີ່ປຸ່ນShinzoAbeໃຫ້ຄຳໝັ້ນສັນຍາສ້າງວິໄສທັດກ່ຽວກັບຍີ່ປຸ່ນໃໝ່

ນາຍົກລັດຖະມົນຕີຍີ່ປຸ່ນShinzoAbeໃຫ້ຄຳໝັ້ນສັນຍາສ້າງວິໄສທັດກ່ຽວກັບຍີ່ປຸ່ນໃໝ່ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe
(ພາບ: AFP/TTXVN)

(vovworld) – ວັນ​ທີ 1/1, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ຊຸກ​ຍູ້​ບັນ​ດາ​ການ​ປະ​ຕິ​ຮູບ​ຢ່າງ​ແຮງ ແລະ ເລ​ິກ​ເຊິ່ງ​ກ້​ວາງ​ຂວາງ​ກ່​ວາ​ອີກ​ໃນ​ປີ 2015, ພ້ອມ​ທັງ​ມຸ່ງ​ໄປ​ເຖິງວິ​ໄສ​ທັດ​ກ່ຽວ​ກັບ ຍີ່​ປຸ່ນ​ໃໝ່ໃນ​ປີ 2015 ໂດຍ​ອີງ​ໃສ່​ພື້ນ​ຖານ​ສັນ​ຕິ​ພາບ​ພາຍຫຼັງ​ສົງ​ຄາມ. ໃນ​ສານ​ຕົ້ນ​ປີ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Abe ໃຫ້​ຮູ້​ວ່າ: ລັດ​ຖະ​ບານ​ຂອງ​ທ່ານ​ຈະ​ສືບ​ຕໍ່​ວາງ​ບຸ​ລິ​ມະ​ສິດ​ສູງ​ສຸດ​ເຂົ້າ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ ແລະ ນຳ​ມາ​ເຊິ່ງ​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ໃນ​ທົ່ວ​ປະ​ເທດ​ດ້ວຍ​ນະ​ໂຍ​ບາຍ Abenomics. ຄຽງ​ຄູ່​ກັນ​ນັ້ນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ກໍ່​ສະ​ແດງ​ຄວາມ​ຫວັງ​ຈະ​ອອກ​ຖະ​ແຫຼງ​ການ​ໃໝ່​ກ່ຽວ​ກັບ​ວິ​ໄສ​ທັດ ຍີ່​ປຸ​່ນ​ໃນ​ປີນີ້, ເພື່ອ​ແນ​ໃສ່​ເປັນ​ຂີດ​ໝາຍ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ສິ້ນ​ສຸດ​ສົງ​ຄາມ​ໂລກ​ຄັ້ງ​ທີ 2 ໃນ​ເດືອນ 8 ຈະ​ມາ​ເຖິງ. ເອກ​ະ​ສານ​ສະ​ບັບ​ນີ້​ໄດ້​ຮັບ​ການ​ລໍ​ຄອຍ​ຈາກ​ຫາງ​ສຽງ​ຍ້ອນ​ວ່າ​ໃນ​ນັ້ນ​ຈະ​ເຕື້ອງ​ເຖິງ​ການ​ພົວ​ພັນ​ກັບ ຈີນ ແລະ ສ. ເກົາຫຼີ, ​ເຊິ່ງ​ແມ່ນບັນ​ດາ​ປະ​ເທດ​ເຄີຍ​ມີ​ຄວາມ​ເຄັ່ງ​ຕຶງ​ກັບ ຍີ່​ປຸ່ນ​ກ່ຽວ​ກັບ​ການ​ຮັບ​ຮູ້​ປະ​ຫວັດ​ສາດ.


ຂ່າວ/ບົດ​ອື່ນ