ນາຍົກລັດຖະມົນຕີຍີ່ປຸ່ນປາດຖະໜາວ່າອາເມລິກາແລະສ.ເກົາຫຼີບໍ່ຫຼຸດຜ່ອນຂອບຂະໜາດການຊ້ອມຮົບຮ່ວມ

(VOVWORLD) - ວັນທີ 03 ກຸມພາ, ແຫຼ່ງຂ່າວຈາກລັດຖະບານຍີ່ປຸ່ນ ໃຫ້ຮູ້ວ່າ, ທ່ານນາຍົກລັດຖະມົນຕີປະເທດນີ້ Shinzo Abe ຈະຮຽກຮ້ອງໃຫ້ອາເມລິກາ ແລະ ສ.ເກົາຫຼີ ບໍ່ຫຼຸດຜ່ອນຂອບຂະໜາດການຊ້ອມຮົບຮ່ວມ
 

ນາຍົກລັດຖະມົນຕີຍີ່ປຸ່ນປາດຖະໜາວ່າອາເມລິກາແລະສ.ເກົາຫຼີບໍ່ຫຼຸດຜ່ອນຂອບຂະໜາດການຊ້ອມຮົບຮ່ວມ - ảnh 1

 ທ່ານນາຍົກລັດຖະມົນຕີປະເທດນີ້ Shinzo Abe

(ພາບປະກອບ: Kyodo/TTXVN)

ແລະ ຈະດຳເນີນການຊ້ອມຮົບຕາມແຜນການທີ່ໄດ້ວາງອອກ ເພື່ອສ້າງຄວາມກົດດັນ, ບັງຄັບໃຫ້ສປປ.ເກົາຫຼີ ປະລະໂຄງການພັດທະນານິວເຄຼຍ ແລະ ລູກສອນໄຟ.

        ສຳນັກຂ່າວສານ Kyodo ໄດ້ຄັດແຫຼ່ງຂ່າວດັ່ງກ່າວໃຫ້ຮູ້ວ່າ, ບັນຫານີ້ຈະໄດ້ນຳມາປຶກສາຫາລືເມື່ອທ່ານຮອງປະທານາທິບໍດີອາເມລິກາ Mike Penve ພົບປະກັບທ່ານ Abe ຢູ່ໂຕກຽວ ກ່ອນຈຸດເວລາເຂົ້າຮ່ວມພິທີໄຂງານມະຫາກຳກິລາ Olympic ຢູ່ສ.ເກົາຫຼີ. ຄາດວ່າ, ການນຳ 2 ທ່ານຈະສະແດງທັດສະນະດັ່ງກ່າວກັບທ່ານປະທານາທິບໍດີສ.ເກົາຫຼີ Moon jae in ໃນການພົບປະ 3 ຝ່າຍ ຢູ່ Pyeong Chang.

ຕອບກັບ

ຂ່າວ/ບົດ​ອື່ນ