ນາຍົກລັດຖະມົນຕີຕ້ອນຮັບກຳມະການຮັບຜິດຊອບບັນຫາສາກົນແລະພັດທະນາຂອງEC

ນາຍົກລັດຖະມົນຕີຕ້ອນຮັບກຳມະການຮັບຜິດຊອບບັນຫາສາກົນແລະພັດທະນາຂອງEC - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ໋ນຢຸງ
ແລະ​ທ່ານ Neven Mimica
(ພາບ: VGP/NhatBac)

(vovworld) – ​ຕອນ​ບ່າຍ​ວັນ​ທີ 17/11, ທີ່​ການ​ຕ້ອນຮັບ​ທ່ານ Neven Mimica, ກຳມະການ​ຮັບຜິດຊອບບັນຫາ​ສາກົນ ​ແລະ ພັດທະນາ​ຂອງ​ຄະນະ​ກຳມະການ ​ເອີ​ລົບ (EC) ພວມ​ຢ້ຽ​ມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ໋ນຢຸງ ຖື​ວ່າ: ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ອີ​ຢູ ພັດທະນາ​ອັນ​ດີງາມ ກໍ​ຄື​ຄວາມ​ສາມາດ​ບົ່ມ​ຊ້ອນດ້ານ​ການ​ຮ່ວມ​ມື​ລະຫວ່າງ 2 ຝ່າຍ​ຍັງ​ໃຫຍ່​ຫລວງຢູ່, ພິ​ເສດ​​ແມ່ນ ​ເມື່ອ 2 ຝ່າຍ​ຈະ​ລົງ​ນາມ​ຢ່າງ​ເປັນ​ທາງ​ການ ​ແລະ ຜັນ​ຂະຫຍາຍ​ສັນຍາ​ການ​ຄ້າ​ເສລີ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ຢືນຢັນ​ວ່າ: ຫວຽດນາມ ຍາມ​ໃດ​ກໍ​ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ພ້ອມ​ກັບ ອີ​ຢູ ສືບ​ຕໍ່​ຮ່ວມ​ມື​ໃນ​ບັນດາຂົງ​ເຂດ, ສະ​ເໝີ​ພາບ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ​ແລະ ພັດທະນາຢ່າງ​ມີ​ປະສິດທິ​ຜົ​ນອັນ​ດີງາມ. ສ່ວນ​ທ່ານ Neven Mimica ມີ​ຄວາມ​ປະ​ເອີ​ບ​ໃຈ ​ແລະ ​ເຊື່ອ​ໝັ້ນ​​ກ່ຽວ​ກັບ​ການ​ພົວພັນ 2 ຝ່າຍ​ຈະ​ສືບ​ຕໍ່​ພັດທະນາ​ຢ່າງ​ເລິກ​ເຊິ່ງ ກ້ວາງ​ຂວາງ, ​ໃນ​ນັ້ນ ການ​ພົວພັນ​ດ້ານເສດຖະກິດ, ການ​ຄ້າ, ການ​ລົງທຶນ, ການ​ຮ່ວມ​ມື​ພັດທະນາ ກໍ​ຄື​ການ​ຮ່ວມ​ມື​ກ່ຽວ​ກັບ​ດ້ານການ​ເມືອງ, ສິ່ງ​ແວດ​ລ້ອມ, ຮັບ​ມື​ກັບ​ການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາກາດ. ທ່ານ Neven Mimica ຖື​ວ່າ: ​ເລື່ອງ​ສັນຍາ​ຄູ່​ຮ່ວມ​ມື ​ແລະ ການຮ່ວມ​ມື​ຮອບດ້ານ ຫວຽດນາມ - ສະຫະພາບ ​ເອີ​ລົບ (PCA) ​ໄດ້​ຮັບ​ການ​ໃຫ້ສັດຕະຍາບັນ​ໂດຍ​ໄວ ​ແລະ ສັນຍາ​ການ​ຄ້​າເສລີ ຫວຽດນາມ - ອີ​ຢູ ​ໄດ້​ລົງ​ນາມ ຈະ​ສ້າງ​ພື້ນຖານ ​ເພື່ອ​ໃຫ້ 2 ຝ່າຍ​ສ້າງ​ການ​ພົວພັນ​ອັນ​ດີງາມ ​ແລະ ​ເລິກ​ເຊິ່ງ ກ້ວາງ​ຂວາງ​ໃນ​ອະນາຄົດ.

ຂ່າວ/ບົດ​ອື່ນ