ນາຍົກລັດຖະມົນຕີຕ້ອນຮັບປະທານກອງທຶນປົກປັກຮັກສາສິ່ງແວດລ້ອມ

(VOVWORLD) -GEF ຫວັງວ່າ ຈະໜູນຊ່ວຍຫວຽດນາມກາຍເປັນຜູ້ນຳໜ້າໃນພາກພື້ນ ສຳລັບການແກ້ໄຂບັນຫາສິ່ງແວດລ້ອມຢູ່ເຂດທົ່ງພຽງແມ່ນ້ຳຂອງ ແລະ ກຳຈັດຂີ້ເຫຍື້ອສິ່ງເສດເຫຼືອຢູ່ມະຫາສະມຸດ.

ນາຍົກລັດຖະມົນຕີຕ້ອນຮັບປະທານກອງທຶນປົກປັກຮັກສາສິ່ງແວດລ້ອມ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບທ່ານນາງ Nakao Ishii ປະທານກອງທຶນປົກປັກຮັກສາສິ່ງແວດລ້ອມທົ່ວໂລກ

(ພາບ: VOV)

ຕອນເຊົ້າວັນທີ 30 ພຶດສະພາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານນາງ Nakao Ishii ຜູ້ອຳນວຍການ ຝ່າຍບໍລິຫານ ທັງເປັນປະທານກອງທຶນປົກປັກຮັກສາສິ່ງແວດລ້ອມທົ່ວໂລກ (GEF). ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ ຫວຽດນາມຖືເປັນສຳຄັນທີ່ສຸດຕໍ່ບັນຫາສິ່ງແວດລ້ອມໃນການພັດທະນາປະເທດຊາດ, ດັ່ງນັ້ນ ຫວຽດນາມມີຄວາມປາດຖະໜາຢາກເພີ່ມທະວີການຮ່ວມມືກັບ GEF; ຫວັງວ່າ GEF ຈະໜູນຊ່ວຍຫວຽດນາມແກ້ໄຂບັນຫາສິ່ງແວດລ້ອມໃຫ້ເປັນຢ່າງດີ.

        ທ່ານນາຍົກລັດຖະມົນຕີສະເໜີໃຫ້ຄະນະເລຂາ GEF ສືບຕໍ່ສົມທົບຢ່າງແໜ້ນແຟ້ນກັບກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ ໃນວຽກງານກະກຽມ ແລະ ຈັດຕັ້ງກອງປະຊຸມສະມັດຊາໃຫຍ່ GEF. ກ່ຽວກັບການຮ່ວມມືກັບ GEF, ໃນຮອບວຽນທີ 7, ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ GEF ສືບຕໍ່ໜູນຊ່ວຍຫວຽດນາມປະຕິບັດບັນດາບໍລິການພັດທະນາລະບົບຊີວະພາບປ່າ, ຮັບປະກັນຄວາມປອດໄພດ້ານສະບຽງອາຫານຢູ່ຂັ້ນທ້ອງຖິ່ນໃນສະພາບການປະຕິບັດສົນທິສັນຍາ UNCCD… ຫວຽດນາມໃຫ້ຄຳໝັ້ນສັນຍາ ຈະສົມທົບກັບ GEF ຈົນສຸດຄວາມສາມາດຂອງຕົນ ເພື່ອຮ່ວມແຮງຮ່ວມໃຈແກ້ໄຂບັນຫາສິ່ງແວດລ້ອມໃນທົ່ວໂລກ;

        ສ່ວນທ່ານນາງ Nakao Ishii ໄດ້ຕີລາຄາວ່າ ຫວຽດນາມພວມມີການຫັນປ່ຽນຢ່າງຕັ້ງໜ້າໃນການແກ້ໄຂບັນຫາສິ່ງແວດລ້ອມ. GEF ຫວັງວ່າ ຈະໜູນຊ່ວຍຫວຽດນາມກາຍເປັນຜູ້ນຳໜ້າໃນພາກພື້ນ ສຳລັບການແກ້ໄຂບັນຫາສິ່ງແວດລ້ອມຢູ່ເຂດທົ່ງພຽງແມ່ນ້ຳຂອງ ແລະ ກຳຈັດຂີ້ເຫຍື້ອສິ່ງເສດເຫຼືອຢູ່ມະຫາສະມຸດ.

ຕອບກັບ

ຂ່າວ/ບົດ​ອື່ນ