ນາຍົກລັດຖະມົນຕີຖະຫວາຍທູບທຽນອາໄລຫາປະທານໂຮ່ຈີມິນ,ຢ້ຽມຢາມແລະເຮັດວຽກກັບທະຫານເຂດ4

ນາຍົກລັດຖະມົນຕີຖະຫວາຍທູບທຽນອາໄລຫາປະທານໂຮ່ຈີມິນ,ຢ້ຽມຢາມແລະເຮັດວຽກກັບທະຫານເຂດ4 - ảnh 1
(ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​​ ຫງວຽນ​ຊວນ​ຟຸກ
ຢ້ຽມ​ຢາມ​ແລະ​ເຮັດ​ວຽກ​ກັບ​ທະ​ຫານ​ເຂດ4)


(vovworld)- ຕອນ​ບ່າຍ ວັນ​ທີ 14/8, ຢູ່​ເຫງະ​ອານ, ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫງວຽນ​ຊວນ​ຟຸກ ໄດ້​ຢ້ຽມຢາມ ແລະ ເຮັດ​ວຽກ​ ກັບ​ກອງ​ບັນ​ຊາ​ການ​ທະ​ຫານ​ເຂດ 4. ກ່ອນ​ທີ່​ຈະ​ເຮັດ​ວຽກ​ກັບ​ທະ​ຫານ​ເຂດ 4, ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ແລະ ຄະ​ນະ​ປະ​ຕິ​ບັດ​ງານ ຂອງ​ລັດ​ຖະ​ບານ ໄດ້​ໄປ​ຖະ​ຫວາຍ​ທູບ​ທຽນ ອາ​ໄລ​ຫາ​ປະ​ທານ ໂຮ່​ຈີ​ມິນ ຢູ່ອາ​ນຸ​ສອນສະ​ຖານ​ປະ​ທານ​ໂຮ່​ຈີ​ມິນ, ເຂດ​ປູ່​ສະ​ນີ​ຍະຖານ ກີມ​ລຽນ, ເຫງະ​ອານ. ຖະ​ຫວາຍ​ທູບ​ທຽນ, ຖະ​ຫວາຍດອກ​ໄມ້ ອາ​ໄລ​ຫາ​ປະ​ທານ​ໂຮ່​ຈີ​ມິນ, ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ແລະ ຄະ​ນະ​ປະ​ຕິ​ບັດ​ງານ ຂອງ​ລັດ​ຖະ​ບານ ​ໄດ້ສະ​ແດງ​​ຄວາມ​ເຄົາ​ລົບນັບ​ຖືຜູ້​ນຳ​ທີ່​ຍິ່ງ​ໃຫຍ່​ຂອງ​ປະ​ເທດ​ຊາດ, ວິ​ລະ​ຊົນ​ປົດ​ປ່ອຍ​​ຊາດ, ເປັນ​ຜູ້ທີ່ໄດ້​ສ້າງ​ຄວາມ​ຮຸ່ງ​ເຮືອງ​ເຫຼືອງ​ເຫຼືອມ​ໃຫ້​ແກ່​ປະ​ເທດ​ຊາດ, ບ້ານ​ເກີດ​ເມືອງນອນ ຫວຽດ​ນາມ​. ເມື່ອຢ້ຽມ​ຢາມ ແລະ ເຮັດ​ວຽກ ຢູ່ກອງ​ບັນ​ຊາ​ການ​ທະ​ຫານ​ເຂດ 4, ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເນັ້ນ​ໜັກ​ວ່າ: ບໍ​ລິ​ເວນ​ທະ​ຫານ​ເຂດ 4 ມີ​ທີ່​ຕັ້ງ​ຍຸດ​ທະ​ສາດ ​ສຳ​ຄັນ​ພິ​ເສດ ກ່ຽວ​ກັບ​ດ້ານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ​ຫງົບ, ເຊື່ອມ​ຕໍ່​ສອງ​ພາກ​ຂອງ​ປະ​ເທດ, ຕິ​ດ​ກັບ​ປະ​ເທດ​ລາວ ແລະ ມີຝັ່ງ​ທະ​ເລ ຕິດກັບ​ເກາະ​ດ່ານ​ໜ້າຫຼາຍແຫ່ງ ​ຂອງປ​ະ​ເທດ​ຊາດ. ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ ພະ​ນັກ​ງານ, ນັກ​ຮົບ​ກຳ​ລັງປະ​ກອບ​ອາ​ວຸດ​ທະ​ຫານ​ເຂດ 4 ເພີ່​ມ​ທະ​ວີ​ວຽກ​ງານ​ສຶກ​ສາ​ດ້ານ​ການ​ເມືອງ, ແນວ​ຄິດ, ຍົກ​ສູງ​​ສະ​ຕິ​ລະ​ວັງ​ຕົວ, ຄວາມ​ສາ​ມາດ​ກຽມ​ພ້ອມ​ໃນ​ການ​​ສູ້ຮົບ; ເປັນ​ເຈົ້​າການກຳ​ແໜ້ນ​ສະ​ພາບ​ການ; ມີ​​ຄວາມ​ທຸ່ນ​ທຽງ​ໃຈ​ເພື່ອແກ້​ໄຂ ບັນ​ດາສະ​ພາບ​ການ​ທີ່​ເກີດ​ຂື້ນ ກ່ຽວ​ກັບ​ດ້ານປ້ອງ​ກັນ​ຊາດ​ປ້ອງ​ກັນ​​ຄວາມ​ສະ​ຫງົບ ໃນ​ທ້ອງ​ທີ່ ຢ່າງ​ຖືກ​ຕ້ອງ, ທັນ​ການ; ພ້ອມ​ທັງ​ປັບ​ປຸງ ແລະ ພັດ​ທະ​ນາ​ ສາຍ​ພົວ​ຄວາມ​ສາ​ມັກ​ຄີ, ການ​ຮ່ວມ​ມື ​ກັບ​ປະ​ເທດ​ລາວ​ ອ້າຍ​ນ້ອງ. ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຮຽກ​ຮ້ອງກອງ​ບັນ​ຊາ​ການ​ທະ​ຫານ ສືບ​ຕໍ່​ຍົກ​ສູງ​ຄຸນ​ນະ​ພາບ​ ວຽກ​ງານອົບ​ຮົມ​ກຽມ​ພ້ອມ​​ສູ້ຮົບ, ເປັນ​ຕົ້ນ​ແມ່ນ​ອົບ​ຮົມ​ດ້ານ​ຄວາມ​ປອດ​ໄພ, ວາງ​ບັນ​ດາ​ມາດ​ຕະ​ການ, ສະ​ຖາ​ນະ​ການ​ຕິດ​ແທດ​ກັບ​ພຶດ​ຕິ​ກຳ​​ຕົວ​ຈິງ; ຊາບ​ຊຶມ​ນ້ຳ​ໃຈ​ຊີ້​ນຳ​ຂອງ​ພັກ, ລັດ ກ່ຽວ​ກັບ​ການກໍ່​ສ້າງ, ປັບ​ປຸງ​ເຂດປ້ອງ​ກັນ​ໄວ້​ຢ່າງ​ໝັ້ນ​ຄົງ; ຍົກ​ສູງ​ຄວາມ​ສາ​ມາດ​ເປັນ​ເຈົ້າ​​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ການ​ທະ​ຫານ​ທີ່​ທັນ​ສະ​ໄໝ, ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່.

ຂ່າວ/ບົດ​ອື່ນ