ນາຍົກລັດຖະມົນຕີນິວຊີແລນສິ້ນສຸດການຢ້ຽມຢາມຫວຽດນາມຢ່າງເປັນທາງການ

ນາຍົກລັດຖະມົນຕີນິວຊີແລນສິ້ນສຸດການຢ້ຽມຢາມຫວຽດນາມຢ່າງເປັນທາງການ - ảnh 1
ທ່ານ​ນາຍົກລັດຖະມົນຕີ ນິວຊິີແລນ John Phillip Key
ແລະ ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ
(ພາບອິນເຕີແນັດ)

(vovworld) – ວັນ​ທີ 17/11, ທ່ານ​ນາຍົກລັດຖະມົນຕີ ນິວຊິີແລນ John Phillip Key ​ໄດ້​ເດີນທາງອອກ​ຈາກ​ນະຄອນ ຮ່າ​ໂນ້ຍ, ສິ້ນ​ສຸດການ​ຢ້ຽມຢາມ​ອັນ​ດີງາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ ແຕ່​ວັນ​ທີ 14 – 17/11/2015 ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢຸງ ​. ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ທ່ານ​ນາຍົກລັດຖະມົນຕີ John Phillip Key ​​ໄດ້​ມີ​ການພົບ​ປະ​ເຈລະຈາ ​ແລະ ​ເຂົ້າ​ຮ່ວມງານ​ລ້ຽງ​ໂດຍທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​ເປັນ​ເຈົ້າພາບຈັດ​ຂຶ້ນ​ຢ້າງ​ສົມ​ກຽດ; ​ທ່ານ​ໄດ້ເຂົ້າ​ຢ້ຽມຂ່ຳນັບ​ທ່ານ ຫງວຽນ​ຟູ​ຈ້ອງ ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ​ແລະ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ. ທ່ານ​ນາຍົກລັດຖະມົນຕີ John Phillip Key ຍັງ​ເຂົ້າ​ຮ່ວມ​ບາງ​ເຫດການ​ກັບ​ວິ​ສາຫະກິດ 2 ປະ​ເທດ​ໃນ​ຂົງ​ເຂດ​ການບິນ ​ແລະ ການ​ສຶກສາ. 2 ຝ່າຍ​ອອກ​ຖະແຫຼ​ງການ​ຮ່ວມ ຫວຽດນາມ - ນິວຊີ​ແລນ, ຢືນຢັນ​ຄື​ນ​ໃໝ່​ຄວາມ​ສຳຄັນ​ຂອງ​ເລື່ອງ​ຊຸກຍູ້​ການ​ຮ່ວມ​ມື​​ແບບຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໃນ​ບັນດາ​ຂົງ​ເຂດ​ບຸລິມະສິດ ຊຶ່ງໄດ້​ເຕື້ອງ​ເຖິງ​ຢູ່​​ໃນໂຄງການ​ດຳ​ເນີນ​ງານ 2013 – 2016 ຜັນ​ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ, ມຸ່ງ​ໄປ​ເຖິງ​​ຄາດໝາຍບັນລຸ​ວົງ​ເງິນ​ການ​ຄ້າ 2 ຝ່າຍ 1,7 ຕື້ USD ​ໃນ​ປີ 2020.

ຂ່າວ/ບົດ​ອື່ນ