ນາຍົກລັດຖະມົນຕີບັງກະລາເທດ ຢ້ຽມຢາມຫວຽດນາມຢ່າງເປັນທາງການ

ນາຍົກລັດຖະມົນຕີບັງກະລາເທດ ຢ້ຽມຢາມຫວຽດນາມຢ່າງເປັນທາງການ - ảnh 1
ທ່ານ​ນາງນາຍົກລັດຖະມົນຕີ ສ​າທາ​ລະນະ​ລັດບັງກະລາເທດ Sheikh Hasina
(ພາບ: google.com.vn)

​(vovworld) - ໂດຍ​ຕອບ​ສະໜອງຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung, ວັນ​ທີ 2/11, ທ່ານ​ນາງນາຍົກລັດຖະມົນຕີ ສ​າທາ​ລະນະ​ລັດບັງກະລາເທດ Sheikh Hasina ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ ​ໃນ​ລະຫວ່າງ​ວັນ​ທີ 2-4/11, ນີ້​ແມ່ນ​ການ​ຢ້ຽມຢາມ​ຫວຽດນາມ ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ນາງ Sheikh Hasina ​ໃນ​ຖານະ​ເປັນນາຍົກລັດຖະມົນຕີ ບັງກະລາເທດ, ​ເປັນ​ຂີດ​ໝາຍ​ໃໝ່​ໃນ​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ບັງກະລາເທດ. ການ​ຢ້ຽມຢາມ​ຫວຽດນາມ​ຄັ້ງ​ນີ້ຂອງ​ທ່ານ​ນາງ​ນຍົກລັດຖະມົນຕີ​ບັງກະລາເທດ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ​ຫວຽດນາມ, ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ, ພ້ອມ​ທັງ​ແລ​ກປ່ຽນ​ບາງ​ບັນຫາ​ໃນ​ພາກ​ພື້ນ ​ແລະ ສາກົນ ​ເຊິ່ງທັງ​ສອງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ຫວຽດນາມ - ບັງກະລາເທດ ມີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ອັນ​ດີງາມນຳ​ກັນ. ຫວຽດນາມ ​ແລະ ບັງກະລາເທດ ​ໄດ້​ສ້າງ​ການ​ພົວພັນ​ທາງ​ການ​ທູດ​ຢ່າງ​ເປັນ​ທາງ​ການນັບ​ແຕ່ວັນ​ທີ 11/2/1973.

   ພາຍຫຼັງພິທີ​ຕ້ອນຮັບ​ທາງ​ການ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​​ໄດ້​ເຈລະຈາ​ກັບ​ນາງນາຍົກລັດຖະມົນຕີສ​າທາ​ລະນະ​ລັດບັງກະລາເທດ Sheikh Hasina. ນະ​ທີ່​ນີ້, ນາຍົກລັດຖະມົນ​ທັງ​ສອງ​ທ່ານ​ໄດ້​ຢັ້ງຢືນ​ຄວາມ​ຕິດ​ສິ​ນໃຈຂອງ​ການ​ນຳ ​ແລະ ປະຊາຊົນ​ສອງ​ປະ​ເທດ​ເພື່ອ​ແນ​ໃສ່​ນຳ​ການ​ພົວພັນ​ອັນ​ດີງາມ​ທີ່​ມີ​ມາ​ແລ້ວ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່; ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັບ​ບັນດາ​ທິດ​ທາງ​ໃຫ່ຍ ​ແລະ ມາດ​ຕະການ​ລະອຽດ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ​ກ່ວາ​ອີກ​ໃນ​ບັນດາ​ຂົງ​ເຂດ: ການ​ເມືອງ, ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ ​ແລະ ສູ້​ຊົນ​ໃຫ້​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ໃນ 5 ປີ​ຕໍ່ໜ້າ​ບັນລຸ 1 ຕື້​ໂດ​ລາ​ສະຫະລັດ. ນາຍົກລັດຖະ ມົນຕີສອງທ່ານ​ກໍ່​ໄດ້​ແລກປ່ຽນ​ຄຳ​ເຫັນ​ກ່ຽວ​ກັບ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ​ຕ່າງ​ມີ​ຄວາມ​ສົນ​ໃຈ ​ແລະ ຢັ້ງຢືນ​ຈະ​ສືບ​ຕໍ່​ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນດາ​ເວທີ​ປາ​ໄສ​ສາກົນ. ປະກາດ​ກັບ​ວົງ​ການ​ນັກ​ຂ່າວ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ຫຼັງ​ການ​ເຈລະຈາ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ຢືນຢັນ​ວ່າ:

   “ສອງ​ຝ່າຍ​ໃຫ້​ຄຳໝັ້ນສັນຍາ​ຈະ​ສ້າງ​ເງື່ອ​ນໄຂ​ອຳນວຍ​ຄວາມ​ສະດວກໃຫ້​ວິ​ສາ​ຫະກິດ​ສອງ​ປະ​ເທດ​ຮ່ວມ​ມື​ກັນ​ດ້ານ​ເສ​ດຖະກິດ, ຮ່ວມ​ມື​ກັນ​ລົງທຶນ​ໃນ​ບັນດາ​ຂົງ​ເຂດ​ທີ່​ສອງ​ຝ່າຍ​ທີ​ທ່າ​ແຮງ. ສອງ​ຝ່າຍ​ກໍ່​ເຫັນ​ດີ​ເປັນ​ເອກະສັນ​ນຳ​ກັນຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ພົບ​ພັນ​ແລກປ່ຽນ​ດ້ານ​ການ​ຄ້າ​ທາງ​ທະ​ເລ ​ແລະ ຫັນ​ບັນດາ​ລະບຽບ​ການ​ບໍ​ຫານ​ໃຫ້​ແກ່​ສິນຄ້າ​ນຳ​ເຂົ້າສົ່ງ​ອອກ​ເປັນ​ງ່າຍດາຍ ​ແລະ ມອບ​ໃຫ້​ບັນດາ​ກະຊວງ​ທີ່​ກ່ຽວຂ້ອງ​ປຶກ​ສາ​ຫາລື​ເພື່ອ​ມຸ້ງ​ໄປ​ເຖິງ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ​ສອງ​ປະ​ເທດ“.

  ​ແລະ ກໍ່​ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 2/11, ທ່ານ​ເລຂາທິການ​ໃຫ່ຍຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong, ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ​ໄດ້​ໃຫ້ການ​ຕ້ອນຮັບ ​ແລະ ພົບ​ປະ​ກັບທ່ານ​ນາງນາຍົກລັດຖະມົນຕີສ​າທາ​ລະນະ​ລັດບັງກະລາເທດ Sheikh Hasina ​ເຊັ່ນ​ດຽວ​ກັນ.

 

 

 

ຂ່າວ/ບົດ​ອື່ນ