ນາຍົກລັດຖະມົນຕີຝ້າມມິງຈີ້ງ ປຸກລະດົມ ຂະບວນການແຂ່ງຂັນພິເສດ “ທົ່ວປະເທດສາມັກຄີ ຮ່ວມແຮງ ຮ່ວມໃຈແຂ່ງຂັນປ້ອງກັນ, ສະກັດກັ້ນ ແລະ ເອົາຊະນະຕໍ່ໂຄວິດ-19”

(VOVWORLD) -ຕອນເຊົ້າວັນທີ 14 ສິງຫາ, ຢູ່ຮ່າໂນ້ຍ ທ່ານນາຍົກລັດຖະມົນຕີຝ້າມມິງຈີ້ງ ປະທານສະພາແຂ່ງຂັນ ມອບລາງວັນສູນກາງ ໄດ້ປຸກລະດົມ ຂະບວນການແຂ່ງຂັນພິເສດ “ທົ່ວປະເທດສາມັກຄີ ຮ່ວມແຮງ ຮ່ວມໃຈແຂ່ງຂັນປ້ອງກັນ, ສະກັດກັ້ນ ແລະ ເອົາຊະນະຕໍ່ໂຄວິດ-19”     
ນາຍົກລັດຖະມົນຕີຝ້າມມິງຈີ້ງ ປຸກລະດົມ ຂະບວນການແຂ່ງຂັນພິເສດ “ທົ່ວປະເທດສາມັກຄີ ຮ່ວມແຮງ ຮ່ວມໃຈແຂ່ງຂັນປ້ອງກັນ, ສະກັດກັ້ນ ແລະ ເອົາຊະນະຕໍ່ໂຄວິດ-19” - ảnh 1ທ່ານນາຍົກລັດຖະມົນຕີຝ້າມມິງຈີ້ງປຸກລະດົມ   ຂະບວນການແຂ່ງຂັນພິເສດ “ທົ່ວປະເທດສາມັກຄີ ຮ່ວມແຮງ ຮ່ວມໃຈແຂ່ງຂັນປ້ອງກັນ, ສະກັດກັ້ນ ແລະ ເອົາຊະນະຕໍ່ໂຄວິດ-19 ”  

   ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຝ້າມມິງຈີ້ງ ຖືວ່າ ໂລກລະບາດໂຄວິດ-19 ພວມເປັນສິ່ງທ້າທາຍໃຫຍ່ສຳລັບພວກເຮົາໃນວຽກງານປ້ອງກັນ ແລະ ສະກັດກັ້ນ ໂລກລະບາດໂຄວິດ-19 ແລະ ຄວາມພະຍາຍາມຟື້ນຟູ່ , ພັດທະນາເສດຖະກິດສັງຄົມ. ທ່ານນາຍົກລັດຖະມົນຕີຝ້າມມິງຈີ້ງ ກ່າວວ່າ :    “ ເພື່ອແນໃສ່ ປຸກລະດົມ ມູນເຊື້ອຮັກຊາດ, ນ້ຳໃຈສາມັກຄີ ຊ່ວຍເຫຼືອກັນ, ພະຍາມຜ່ານຜ່າຄວາມຫຍຸ້ງຍາກຂອງຊາດຫວຽດນາມໃນວຽກງານປ້ອງກັນ ແລະ ສະກັດກັ້ນ ໂລກລະບາດໂຄວິດ-19 ແລະ ຟື້ນຟູ່ , ພັດທະນາເສດຖະກິດສັງຄົມ ແລະ ຮັບປະກັນການໜູນຊ່ວຍສັງຄົມ ແລະ ຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ. ດ້ວຍຈິດໃຈຕ້ານໂລກລະບາດຄືຕ້ານສັດຕູ, ຕາງໜ້າພັກ, ລັດ, ສະພາແຂ່ງຂັນ ມອບລາງວັນສູນກາງ,  ຂ້າພະເຈົ້າປຸກລະດົມ   ຂະບວນການແຂ່ງຂັນພິເສດ “ທົ່ວປະເທດສາມັກຄີ ຮ່ວມແຮງ ຮ່ວມໃຈແຂ່ງຂັນປ້ອງກັນ, ສະກັດກັ້ນ ແລະ ເອົາຊະນະຕໍ່ໂຄວິດ-19 ”  

       ທ່ານນາຍົກລັດຖະມົນຕີຝ້າມມິງຈີ້ງ ຮຽກຮ້ອງໃຫ້ຍູ້ແຮງ ຂະບວນການແຂ່ງຂັນຮັກຊາດ, ຕັດສິນໃຈ, ຂະຫຍັນຂັນເຄື່ອນ, ສົມທົບກັນຢ່າງແໜ້ນແຟ້ນ, ລະດົມບັນດາແຫຼ່ງສັງຄົມ, ສົ່ງເສີມທຸກໆຄົນມີຄວາມຕື່ນຕົວ ຕັ້ງໜ້າເຂົ້າຮ່ວມ ໃນວຽກງານປ້ອງກັນ ແລະ ສະກັດກັ້ນ ໂລກລະບາດໂຄວິດ-19

ຕອບກັບ

ຂ່າວ/ບົດ​ອື່ນ