ນາຍົກລັດຖະມົນຕີຝ້າມມິງຈີ້ງ ເປັນປະທານການເຮັດວຽກລະຫວ່າງຄະນະປະຈຳລັດຖະບານ ແລະ ຄະນະນຳ ຄະນະຂົນຂວາຍປະຊາຊົນສູນກາງພັກ

(VOVWORLD) -ຕອນບ່າຍວັນທີ 18 ສິງຫາ ຢູ່ຮ່າໂນ້ຍ, ທ່ານ ນາຍົກລັດຖະມົນຕີຝ້າມມິງຈີ້ງ ເປັນປະທານການເຮັດວຽກລະຫວ່າງຄະນະປະຈຳລັດຖະບານ ແລະ ຄະນະນຳ ຄະນະຂົນຂວາຍປະຊາຊົນສູນກາງພັກ.
ນາຍົກລັດຖະມົນຕີຝ້າມມິງຈີ້ງ ເປັນປະທານການເຮັດວຽກລະຫວ່າງຄະນະປະຈຳລັດຖະບານ ແລະ ຄະນະນຳ ຄະນະຂົນຂວາຍປະຊາຊົນສູນກາງພັກ - ảnh 1ທ່ານ ນາຍົກລັດຖະມົນຕີຝ້າມມິງຈີ້ງ ເປັນປະທານການເຮັດວຽກ

    ກ່າວຄຳເຫັນທີ່ການເຮັດວຽກ  ທ່ານ ນາຍົກລັດຖະມົນຕີຝ້າມມິງຈີ້ງ ຊີ້ແຈ້ງວ່າ ກ່ວາ 500 ວັນທີ່ຜ່ານມາ, ໂລກລະບາດໂຄວິດ-19 ໄດ້ມີການຜັນແປຢ່າງສັບສົນທັງຢູ່ພາຍປະເທດ ແລະ ໃນໂລກ ອັນໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ຊິວິດທາງດ້ານເສດຖະກິດ, ສັງຄົມ. ໂດຍພາຍໃຕ້ການນຳພາຂອງພັກ, ທັງລະບົບການເມືອງໄດ້ເຂົ້າຮ່ວມການສະກັດກັ້ນໂລກລະບາດໂຄວິດ-19 ຊຶ່ງໄດ້ຮັບການສະໜັບສະໜູນຈາກປະຊາຄົມວິສາຫະກິດ ແລະ ປະຊາຊົນ.  ດ້ວຍຈິດໃຈ “ຕ້ານໂລກລະບາດຄືຕ້ານສັດຕູ” ຫວຽດນາມໄດ້ປະຕິບັດໜ້າທີ່ຄວບຄູ່ ທັງຕ້ານໂລກລະບາດ ທັງພັດທະນາເສດຖະກິດ, ສັງຄົມ ແລະ ໄດ້ຮັບບັນດາໝາກຜົນທີ່ສຳຄັນໃນກວ່າໜຶ່ງປີທີ່ຜ່ານມາ.

    ຕໍ່ໜ້າການຜັນແປ ທີ່ຍັງສັບສົນຂອງໂລກລະບາດຢູ່ນະຄອນໂຮ່ຈິມິນ ແລະ ບັນດາແຂວງ, ນະຄອນພາກໃຕ້, ທ່ານ ນາຍົກລັດຖະມົນຕີຝ້າມມິງຈີ້ງ ເນັ້ນໜັກວ່າ :

      “ ພວກເຮົາສືບຕໍ່ຮ່ວມແຮງຮ່ວມໃຈ ພາຍໃຕ້ການນຳພາຂອງພັກ ແລະ ສະໜັບສະຫນູນຂອງປະຊາຊົນ ເພື່ອມີຄວາມເຊື່ອມໝັ້ນ, ມີກຳລັງແຮງ, ການແບ່ງປັນ, ພ້ອມກັນສາມັກຄີ ເປັນຈິດໜຶ່ງໃຈດຽວ ສືບຕໍ່ປ້ອງກັນ ແລະ ສະກັດກັ້ນ ໂລກລະບາດໂຄວິດ-19. ນຳຄວາມສະຫງົບສຸກມາສູ່ປະຊາຊົນ ດ້ວຍຈິດໃຈປະຕິບັດຮຽກຮ້ອງຂອງທ່ານເລຂາທິການໃຫຍ່, ມະຕິຂອງສະພາແຫ່ງຊາດ ແລະ ຂອງລັດຖະບານ ”

ຕອບກັບ

ຂ່າວ/ບົດ​ອື່ນ