ນາຍົກລັດຖະມົນຕີິພົບປະກັບເລຂາທິການໃຫຍ່,ປະທານປະເທດຈີນ

ນາຍົກລັດຖະມົນຕີິພົບປະກັບເລຂາທິການໃຫຍ່,ປະທານປະເທດຈີນ - ảnh 1
(ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີິ​ພົບ​ປະ​ກັບ​
ເລ​ຂາ​ທິ​ການ​ໃຫຍ່,ປະ​ທານ​ປະ​ເທ​ດ​ຈີນ)

(vovworld) - ຕອນ​ບ່າຍ​ວັນ​ທີ 13/09, ຢູ່ຫປະ​ຊຸມ​ໃຫຍ່​, ​ທີ່ປັກ​ກິງ, ປະ​ເທດຈີນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໄດ້​ພົບ​ປະ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​ຈີນ ສີ​ຈີ້ນ​ຜິງ. ທີ່​ການ​ພົບ​ປະ​, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເນັ້ນ​ໜັກ​ວ່າ, ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ການ​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ປັບ​ປຸງ ແລະ ເສີມ​ຂະ​ຫຍາຍ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ 2 ປະ​ເທດ​ຢ່າງບໍ່​ຢຸດຢັ້ງ; ປາດ​ຖະ​ໜາ​ຢາກ​ພ້ອມ​ກັບ​ຈີນ ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​​ຢ່າງ​ແທ​ດ​ຈິງ, ບັນ​ລຸ​ບາດ​ກ້າ​ວ​ພັດ​ທະ​ນາ​ໃໝ່; ສະ​ເໜີ​ໃຫ້ 2 ຝ່າຍ​ຄວບ​ຄຸມ​ຄວາມບໍ່​ລົງ​ລອຍ​ກັນ​ບົນ​ທະ​ເລ, ເຄົາ​ລົບ​ບັນ​ດາ​ຂໍ້​ຕົກ​ລົງ ແລະ ຄວາມ​ຮັບ​ຮູ້​ລວມ​ຂອງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ, ຊຸກ​ຍູ້​ບັນ​ດາ​ກົນ​ໄກ​ເຈ​ລະ​ຈາ​ໃຫ້​ມີ​ບາດ​ກ້າວ​ແທດ​ຈິງ​ໂດຍ​ໄວ, ປະ​ຕິ​ບັດຖະ​ແຫຼງ​ການ​ວ່າ​ດ້ວຍການປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ເປັນ​ຢ່າງ​ດີ, ສ້າງ ແລະ ລົງ​ນາມ​ກົດແຫ່ງ​ການ​ປະ​ພຶດ​ຂອງ​​ບັນ​ດາຝ່າຍຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ໂດຍ​ໄວ, ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ໃຫ້​​ສະ​ພາບ​​ເປັນ​ປົກ​ກະ​ຕິ, ເພື່ອ​ສັນ​ຕິ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ.

        ກ່ຽວ​ກັບ​ການ​ຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຢືນ​ຢັນ​ວ່າ, ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ເລື່ອງ​ເປີດກວ້າງ ແລະ ຍົກ​ສູງ​ປະ​ສິດ​ທິ​ຜົນ​ໃນ​ການ​ຮ່ວມ​ມື​ທຸກ​ດ້ານ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ກັບ​ຈີນ, ຊົມ​ເຊີຍ​ບັນ​ດາ​ວິ​ສາ​ຫະ​ກິດ​ຈີນ ລົງ​ທຶນ​ເຂົ້າ​ຫວຽດ​ນາມ ເໝາະ​ສົມ​ກັບ​ຄວາມ​ຮຽກ​ຮ້ອງ​​ຕ້ອງ​ການພັດ​ທະ​ນາ​ຂອງ​ທັງ 2 ຝ່າຍ…

        ສ່ວນທ່ານ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ​ຈີນ ສີ​ຈີ້ນ​ຜິງ ຢືນ​ຢັນ​ວ່າ, ຈີນ ຖື​ເປັນ​ສຳ​ຄັນ​ເລື່ອງ​ຊຸກ​ຍູ້​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ກັບ​ຫວຽດ​ນາມ; ຈີນ ຈະ​ສົ່ງ​ເສີມບັນ​ດາ​ວິ​ສາ​ຫະ​ກິດ​ມີ​ກຳ​ລັງ​ຄວາມ​ສາ​ມາດ, ລະ​ດັບ​ຄວາມ​ຮູ້​ດ້ານ​ເຕັກ​ໂນ​ໂລ​ຊີ​ສູ​ງ​ເຂົ້າ​ມາ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຫວຽດ​ນາມ ແລະ ຈະ​ຕັ້ງ​ໜ້າ​​ສົ​ມ​ທົບ​ກັບ​ຫວຽດ​ນາມ ແກ້​ໄຂ​ບັນ​ດາບັນ​ຫາ​ຍັງ​ຄົງຄ້າງ​ໃນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ​ລະ​ຫວ່າງ 2 ປະ​ເທດ.

        ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ທີ 13/09, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸ​ກ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດ​ນາມ ໄດ້​​ໄປຢ້ຽມ​ຢາມ, ພົບ​ປະ ແລະ ໂອ​້​ລົມ​ກັບພະ​ນັກ​ງານ​ສະ​ຖານ​ທູດ​ຫວຽດ​ນາມ ແລະ ພໍ່​ແມ່​ປະ​ຊາ​ຊົນ, ນັກ​ສຶກ​ສາ ຫວຽດ​ນ​າມ ທີ່ພວມ​ດຳ​ລົງ​ຊີ​ວິດ, ອອກ​ແຮງ​ງານ ແລະ ​ຮ່ຳ​ຮຽນຢູ່​ນະ​ຄອນ​ຫຼວງ​ປັກ​ກິງ.

ຂ່າວ/ບົດ​ອື່ນ