ນາຍົກລັດຖະມົນຕີພ້ອມກັບລັດຖະມົນຕີ, ຫົວໜ້າຂະແໜງການ 4 ທ່ານຈະຕອບຄຳຊັກຖາມທີ່ກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດຊຸດທີ XV

(VOVWORLD) - ສຳລັບໝວດບັນຫາແມ່ນຂຶ້ນກັບຂົງເຂດກໍ່ສ້າງ, ການຊັກຖາມຈະສຸມໃສ່ບັນດາເນື້ອໃນຄື: ການວາງແຜນຜັງ ແລະ ຄຸ້ມຄອງການພັດທະນາຕົວເມືອງຂອງ ຫວຽດນາມ, ພິເສດແມ່ນບັນດາຕົວເມືອງໃຫຍ່...
ນາຍົກລັດຖະມົນຕີພ້ອມກັບລັດຖະມົນຕີ, ຫົວໜ້າຂະແໜງການ 4 ທ່ານຈະຕອບຄຳຊັກຖາມທີ່ກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດຊຸດທີ XV - ảnh 1ນາຍົກລັດຖະມົນຕີ ແລະ ລັດຖະມົນຕີ, ຫົວໜ້າຂະແໜງ 4 ທ່ານຈະຕອບຄຳຊັກຖາມ
(ພາບ:quochoi.vn )

ຕາມວາລະກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ສະພາແຫ່ງຊາດຈະດຳເນີນການຊັກຖາມ ແລະ ຕອບຄຳຊັກຖາມແຕ່ວັນທີ 3 – 5 ພະຈິກ. ບັນດາໝວດບັນຫາທີ່ສະພາແຫ່ງຊາດເລືອກເຟັ້ນເພື່ອຊັກຖາມແມ່ນ: ຂົງເຂດກໍ່ສ້າງ, ພາຍໃນ, ຖະແຫຼງຂ່າວ ແລະ ສື່ສານ, ກວດກາ.

        ສຳລັບໝວດບັນຫາທີ່ຂຶ້ນກັບຂົງເຂດກໍ່ສ້າງ, ການຊັກຖາມຈະສຸມໃສ່ບັນດາເນື້ອໃນຄື: ການວາງແຜນຜັງ ແລະ ຄຸ້ມຄອງການພັດທະນາຕົວເມືອງຂອງ ຫວຽດນາມ, ພິເສດແມ່ນບັນດາຕົວເມືອງໃຫຍ່; ການຍົກຍ້າຍສຳນັກງານກະຊວງ, ຂະແໜງການອອກຈາກເຂດຕົວເມືອງນະຄອນຫຼວງຮ່າໂນ້ຍ… ຜູ້ຕອບຄຳຊັກຖາມຈະແມ່ນທ່ານລັດຖະມົນຕີກະຊວງກໍ່ສ້າງ ຫງວຽນແທັງງິ.

        ໝວດບັນຫາທີສອງແມ່ນຂຶ້ນກັບຂົງເຂດຖະແຫຼງຂ່າວ ແລະ ສື່ສານ, ການຊັກຖາມຈະສຸມໃສ່ ບັນຫາຄື: ການໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ເຂົ້າໃນການຄຸ້ມຄອງລັດ, ສ້າງລັດຖະບານເອເລັກໂຕນິກ, ອຳນາດການປົກຄອງເອເລັກໂຕນິກ, ວຽກງານການກໍ່ສ້າງ… ຜູ້ຕອບຄຳຊັກຖາມຈະແມ່ນທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫງວຽນແມ້ງຮູ່ງ.

        ໝວດບັນຫາທີສາມແມ່ນຂຶ້ນກັບຂົງເຂດພາຍໃນ, ການຊັກຖາມຈະສຸມໃສ່ບັນຫາ: ການສັບຊ້ອນກົງຈັກການຈັດຕັ້ງ, ສັບຊ້ອນພະນັກງານລັດໃຫ້ກະທັດລັດ, ສ້າງໂຄງປະກອບບັນດາຫົວໜ່ວຍພາກລັດຄືນໃໝ່, ຜັນຂະຫຍາຍປະຕິບັດການປະຕິຮູບດ້ານນະໂຍບາຍເງິນເດືອນສຳລັບພະນັກງານ, ລັດຖະກອນ, ພາລະກອນ… ຜູ້ຕອບຄຳຊັກຖາມຈະແມ່ນທ່ານນາງລັດຖະມົນຕີກະຊວງພາຍໃນ ຟ້າມທິແທັງຈ່າ.

        ໝວດບັນຫາທີສີ່ ແມ່ນຂຶ້ນກັບຂົງເຂດກວດກາ, ການຊັກຖາມຈະສຸມໃສ່ບັນດາບັນຫາຄື: ຍົກສູງປະສິດທິພາບ, ປະສິດທິຜົນໃນການເຄື່ອນໄຫວກວດກາ, ປ້ອງກັນ, ສະກັດກັ້ນການລະເມີດກົດໝາຍຢ່າງທັນການ; ມາດຕະການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ໄພຫຍໍ້ທໍ້ໃນການເຄື່ອນໄຫວກວດກາ… ຕອບຄຳຊັກຖາມຈະແມ່ນທ່ານປະທານອົງການກວດກາລັດຖະບານ ດ່ວານຮົ່ງຟອງ.

ຕອບກັບ

ຂ່າວ/ບົດ​ອື່ນ