ນາຍົກລັດຖະມົນຕີມາເລເຊຍ ຮຽກຮ້ອງໃຫ້ພິຈາລະນາຄືນ ສັນຍາ CPTPP ໂດຍບັງເອີນ

(VOVWORLD) -ບັນດາພື້ນຖານເສດຖະກິດນ້ອຍຄືມາເລເຊຍ ຈະຢູ່ທ່າເສຍປຽບຖ້າປະຕິບັດຕາມບັນດາມາດຕາປັດຈຸບັນຂອງສັນຍາສະບັບດັ່ງກ່ວາ.

ນາຍົກລັດຖະມົນຕີມາເລເຊຍ ຮຽກຮ້ອງໃຫ້ພິຈາລະນາຄືນ ສັນຍາ CPTPP ໂດຍບັງເອີນ - ảnh 1ທ່ານນາຍົກລັດຖະມົນຕີ ມາເລເຊຍ Mahathir Mohamad 

(ພາບ: vietnamplus.vn)

ຕາມບົດສຳພາດກັບສື່ມວນຊົນ Nikkei ລົງວັນທີ 9 ມິຖຸນາ ແລ້ວ, ທ່ານນາຍົກລັດຖະມົນຕີ ມາເລເຊຍ Mahathir Mohamad ໄດ້ຮຽກຮ້ອງໃຫ້ພິຈາລະນາຄືນ ສັນຍາຄູ່ຮ່ວມມືຮອບດ້ານຂ້າມປາຊີຟິກ (CPTPP) ໂດຍບັງເອີນ,  ເຊິ່ງກ່ອນໜ້ານັ້ນເອີ້ນວ່າ ສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP), ເມື່ອຖືວ່າ ບັນດາພື້ນຖານເສດຖະກິດນ້ອຍຄືມາເລເຊຍ ຈະຢູ່ທ່າເສຍປຽບຖ້າປະຕິບັດຕາມບັນດາມາດຕາປັດຈຸບັນຂອງສັນຍາສະບັບດັ່ງກ່ວາ.

        ທ່ານນາຍົກລັດຖະມົນຕີ Mahathir ຖືວ່າ ສັນຍາ CPTPP ຕ້ອງຄິດໄລ່ເຖິງລະດັບການພັດທະນາຂອງບັນດາປະເທດຕ່າງໆ. ຕາມນັ້ນແລ້ວ, ບັນດາພື້ນຖານເສດຖະກິດທີ່ອ່ອນດ້ອຍກວ່າ ຈະຕ້ອງໄດ້ຮັບກາລະໂອກາດ ເພື່ອປົກປ້ອງຜະລິດຕະພັນຂອງຕົນ. ທ່ານນາຍົກລັດຖະມົນຕີ Mahathir ບໍ່ປະຕິເສດຄວາມສຳຄັນຂອງບັນດາຂໍ້ຕົກລົງຄື ສັນຍາ CPTPP, ແຕ່ກໍບໍ່ເຕື້ອງເຖິງກໍລະນີປະເທດນີ້ຈະຖອນຕົວອອກຈາກສັນຍາດັ່ງກ່າວ. ທ່ານນາຍົກລັດຖະມົນຕີ Mahathir ຢັ້ງຢືນວ່າ ລັດຖະບານ ມາເລເຊຍ ຈະພິຈາລະນາຄືນ ບັນດາຂໍ້ຕົກລົງທັງໝົດທີ່ໄດ້ລົງນາມພາຍໃຕ້ອຳນາດຂອງການປົກຄອງຊຸດກ່ອນ, ລວມທັງບັນດາຂໍ້ຕົກລົງກ່ຽວກັບພື້ນຖານໂຄງລ່າງ, ການຄ້າ ແລະ ການປ້ອງກັນຄວາມສະຫງົບ…


ຕອບກັບ

ຂ່າວ/ບົດ​ອື່ນ