ນາຍົກລັດຖະມົນຕີລາວຕ້ອນຮັບຮອງລັດຖະມົນຕີກະຊວງຕຳຫຼວດຫວຽດນາມ

(VOVWORLD) -ທ່ານຮອງລັດຖະມົນຕີ ບຸຍວັນນາມ ໃຫ້ຮູ້ວ່າ: 2 ຝ່າຍໄດ້ເປັນເອກະພາບນຳກັນທິດທາງຮ່ວມມືລະຫວ່າງກຳລັງປ້ອງກັນຄວາມສະຫງົບຂອງ 2 ປະເທດໃນໄລຍະຈະມາເຖິງ

ນາຍົກລັດຖະມົນຕີລາວຕ້ອນຮັບຮອງລັດຖະມົນຕີກະຊວງຕຳຫຼວດຫວຽດນາມ - ảnh 1 (ພົນໂທ ບຸຍວັນນາມ, ຮອງລັດຖະມົນຕີກະຊວງຕຳຫຼວດ

ເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ)

ເນື່ອງໃນໂອກາດການຢ້ຽມຢາມ ແລະ ເປັນປະທານຮ່ວມກອງປະຊຸມຮ່ວມມືການປ້ອງກັນຄວາມສະຫງົບຫວຽດນາມ - ລາວ ຄັ້ງທີ 10 ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ, ຕອນບ່າຍວັນທີ 16 ກໍລະກົດ, ພົນໂທ ບຸຍວັນນາມ, ຮອງລັດຖະມົນຕີກະຊວງຕຳຫຼວດ ແລະ ຄະນະປະຕິບັດງານໄດ້ເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ. ຢູ່ທີ່ນີ້, ເມື່ອລາຍງານກັບທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ຊາບກ່ຽວກັບໝາກຜົນກອງປະຊຸມຮ່ວມມືການປ້ອງກັນຄວາມສະຫງົບລະຫວ່າງ 2 ປະເທດຫຽດນາມ - ລາວ ຄັ້ງທີ 10, ເຊິ່ງດຳເນີນໃນຕອນເຊົ້າວັນທີ 15 ກໍລະກົດ, ຢູ່ນະຄອນຫຼວງວຽງຈັນ, ທ່ານຮອງລັດຖະມົນຕີ ບຸຍວັນນາມ ໃຫ້ຮູ້ວ່າ: 2 ຝ່າຍໄດ້ເປັນເອກະພາບນຳກັນທິດທາງຮ່ວມມືລະຫວ່າງກຳລັງປ້ອງກັນຄວາມສະຫງົບຂອງ 2 ປະເທດໃນໄລຍະຈະມາເຖິງຄື: ສຸມໃສ່ແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນ, ສົມທົບກັນຕໍ່ສູ້ກັບບັນດາເປົ້າໝາຍກໍ່ການຮ້າຍ… ທ່ານຮອງລັດຖະມົນຕີ ບຸຍວັນນາມ ກໍ່ໃຫ້ຮູ້ວ່າ, ເນື່ອງໃນໂອກາດນີ້ ກະຊວງຕຳຫຼວດຫວຽດນາມ ໄດ້ມອບໃຫ້ກະຊວງປ້ອງກັນຄວາມສະຫງົບລາວ ບາງເຄື່ອງອຸປະກອນຮັບໃຊ້ການເຄື່ອນໄຫວວິຊາສະເພາະ ແລະ ພ້ອມແລ້ວທີ່ຈະໜູນຊ່ວຍບຳລຸງສ້າງໃຫ້ແກ່ພະນັກງານກະຊວງປ້ອງກັນຄວາມສະຫງົບລາວ.

        ສ່ວນທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຕີລາຄາສູງການຮ່ວມມືລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະ ກະຊວງປ້ອງກັນຄວາມສະຫງົບລາວ ໃນຫຼາຍຂົງເຂດ. ພ້ອມທັງຢືນຢັນຈະເອົາໃຈໃສ່ຊີ້ນຳກະຊວງປ້ອງກັນຄວາມສະຫງົບລາວ ແລະ ບັນດາອົງການຂຶ້ນກັບກະຊວງ ສົມທົບກັບກະຊວງຕຳຫຼວດຫວຽດນາມ ໃນການຮ່ວມມືປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດຂອງແຕ່ລະປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ