ນາຍົກລັດຖະມົນຕີລາວທອງສິງທຳມະວົງເຄື່ອນ​ໄຫວຢ້ຽມຢາມຫວຽດ​ນາມ

ນາຍົກລັດຖະມົນຕີລາວທອງສິງທຳມະວົງເຄື່ອນ​ໄຫວຢ້ຽມຢາມຫວຽດ​ນາມ - ảnh 1
ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທອງ​ສິງ ທ​ຳ​ມະ​ວົງ ຢູ່​ສະ​ໜາມ​ບິນ
(ພາບ: nld.com.vn)

(vovworld) -ໃນ​ຂອບ​ເຂດການ​ຢ້ຽມ​ຢາມ ຫວຽດ​ນາມ​ແຕ່​ວັນ​ທີ 13 ຫາ 18/7, ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາ​ຍົກ​ລັດຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ, ຕອ​ນ​ເຊົ້າ​ວັນ​ທີ 13/7, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສ​ປ​ປ ລາວ ທອງ​ສິງ ທຳ​ມະ​ວົງ ໄດ້ນຳ​ໜ້າ​ຄະ​ນະ​ປະ​ຕິ​ບັດ​ງານຂັ້ນ​ສູງ ລັດ​ຖະ​ບານ ລາວ, ຢ້ຽມ​ຢາມ​ນະ​ຄອນ ດ່າ​ນັ້ງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ທອງ​ສິງ​ທຳ​ມະ​ວົງ ໄດ້​ຕີ​ລາ​ຄາ​ສູງ​ລະ​ດັບ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ສູງ​ເປັນ​ກ້າວໆ​ຂອງ​ນະ​ຄອນ ດານັ້ງ ຊຶ່ງ​ບັນ​ລຸ​ໄດ້​ນັບ​ແຕ່​ໄລ​ຍະ​ປ່ຽ​ນ​ແປງ​ໃໝ່, ຊ່ວຍ​ນະ​ຄອນ​ບືນ​ຕົວ​ຂຶ້ນ​ກາຍ​ເປັນ​ຕົວ​ເມ​ືອງ​ທັນ​ສະ​ໄໝ ແລະ ສີ​ວິ​ໄລ, ມີ​ທີ່​ຕັ້ງ​ບົດບາດ​ສູງຢູ່​ພາຍໃນ​ປະ​ເທດ ແລະ ພາກ​ພື້ນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ທອງ​ສິງ​ທຳ​ມະ​ວົງຫວັງ​ວ່າ ອຳ​ນາດ​ການ​ປົກ​ຄອງ ແລະ ຊາວ​ດານັ້ງ ຈົ່ງ​ສືບ​ຕໍ່​ເອົາ​ໃຈ​ໃສ່​ແລກ​ປ່ຽນ​ບົດ​ຮຽນ ແລະ ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ​ລາວ, ປະ​ກອບ​ສ່ວນ​ເພີ່ມ​ພຸນ​​ຄູນ​ສ້າງສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ 2 ປະ​ເທດ.

          ກ່ອນ​ໜ໊ານັ້ນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ທອງ​ສິງ ທຳ​ມະ​ວົງ ແລະ ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ພ້ອມ​ກັບ​ຄະ​ນະ​ປະ​ຕິ​ບັດ​ງານ​ລັດ​ຖະ​ບານ 2 ປະ​ເທດ ຫວຽດ​ນາມ ແລະ ລາວ ເຮັດ​ວຽກ​ກັບ​ກຸ່ມ​ບໍ​ລິ​ສັດ Sun Goup ແລະ ຢ້ຽມ​ຢາມ​ເຂດ​ທ່​ອງ​ທ່ຽວ ​ບານາ​ຮິວ. ພາຍຫຼັງ​ຮັບ​ຟັງ​ຜູ້​ຕາງ​ໜ້າ​ກຸ່ມ​ບໍ​ລິ​ສັດ Sun Goup ແນະ​ນຳ​ກ່ຽວ​ກັບ​ສະ​ພາບ​ການ​ລົງ​ທຶນກໍ່​ສ້າງ​ເຂດ​ທ່ອງ​ທ່ຽວ ບານາ​ຮິວ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ທອງ​ສິງ​ ທຳ​ມະ​ວົງ ສະ​ແດງ​ຄວາມ​ພາກ​ພູມ​ໃຈ​ກ່ຽວ​ກັບ​ສະ​ພາບ​ການ​ພັດ​ທະ​ນາ​ທ​ຸກ​ດ້ານ​ກ່ຽວ​ກັບ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ​ນະ​ຄອນ ດ່າ​ນັ້ງ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ທ​່ອງ​ທ່ຽວ, ພົ້ນ​ເດັ່ນ​ແມ່ນ​ເຂດ​ທ່ອງ​ທ່ຽວ ບານາ​ຮິວ ແມ່ນ​ສະ​ຖານ​ທີ່​ດຶງ​ດູດ​ແຂກ​ທ່​ອງ​ທ່ຽວ​ທັງ​​ຢູ່ພາຍ​ໃນ ແລະ ຕ່າງ​ປະ​ເທດ.

       

 


ຂ່າວ/ບົດ​ອື່ນ