ນາຍົກລັດຖະມົນຕີລາວຢ້ຽມຢາມຄຸ້ມເມືອງເກົ່າໂຮ້ຍອານ

ນາຍົກລັດຖະມົນຕີລາວຢ້ຽມຢາມຄຸ້ມເມືອງເກົ່າໂຮ້ຍອານ - ảnh 1
ທ່ານນາຍົກລັດຖະມົນຕີລາວ ທອງ​ສິງ ທຳ​ມະ​ວົງ
ຢ້ຽມຢາມຄຸ້ມເມືອງເກົ່າໂຮ້ຍອານ
(ພາບ: laodong.com.vn)


​​(vovworld) - ​               ​​ໂດຍ​ສືບ​ຕໍ່​ການ​ຢ້ຽມຢາມ​ຫວຽດນາມ, ຕອນ​ບ່າຍວັນ​ທີ 13/07, ທ່ານ​ນາຍົກ​ລັດຖະມົນຕີລາວ ທອງ​ສິງ ທຳ​ມະ​ວົງ ​ໄດ້​ໄປ​ຢ້ຽມຢາມຄຸ້ມ​​ເມືອງ​ເກົ່າ​​ໂຮ້ຍ​ອານ, ​ແຂວງ​ກວາງ​ນາມ. ທີ່​ການ​ຕ້ອນຮັບ, ທ່ານ​ເລຂາ​ຄະນະ​ພັກ​ແຂວງ​ກວາງ​ນາມ ​ເລ​ເຟືອ​ກ​ແທງ ​ໄດ້​ລາຍ​ງານ​ໝາກຜົນ​ແຫ່ງ​ການ​ແຮ​ກສ່ຽວ​ລະຫວ່າງ 2 ​ແຂວງ ​ເຊ​ກອງ ​ແລະ ກວາງ​ນາມ, ພ້ອມ​ທັງ​ຢືນຢັນ​ສາຍ​ພົວພັນ​ອັນ​ດີງາມ, ການ​ເຄື່ອນ​ໄຫວ​ລະ​ຫວ່າງ 2 ​ແຂວງ​ໄດ້​ເຂົ້າ​ສູ່​ລວງ​ເລິກ ​ແລະ ນຳ​ມາ​ເຊິ່ງໝາກຜົນ​ຢ່າງ​ແທດ​ຈິງ. ທ່ານ​ນາຍົກລັດຖະມົນຕີ ທອງ​ສິງ ທຳ​ມະ​ວົງ  ປາດ​ຖະໜາ​ວ່າ, ​ແຂວງ​ກວາງ​ນາມ ​ແລະ ​ເຊກ​ອງ ສືບ​ຕໍ່​​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດຖະກິດ, ວັດທະນະທຳ, ການ​ສຶກສາ, ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ…

      ທີ່ຄຸ​້ມ​​ເມືອງ​ເກົ່າ​​ໂຮ້ຍ​ອານ, ທ່ານ​ນາຍົກລັດຖະມົນຕີ ທອງ​ສິງ ທຳ​ມະ​ວົງ ​ໄດ້​ຢ້ຽມຢາມ ວັດ​ຂົວ, ​ເຮືອ​ນ​ເກົ່າ ​ເຕີນ​ກີ໋, ​ໂຮງ​ລະຄອນ​ວັດທະນະທຳ​ສິລະ​ປະ​ທີ​ເປັນ​ມູນ​ເຊື້ອ.

ຂ່າວ/ບົດ​ອື່ນ