ນາຍົກລັດຖະມົນຕີລາວສະເໜີສອງປະເທດລາວຫວຽດນາມເພີ່ມທະວີການຮ່ວມມືກ່ຽວກັບຄວາມປອດໄພທາງເຄືອຂ່າຍອິນເຕີແນດ

ນາຍົກລັດຖະມົນຕີລາວສະເໜີສອງປະເທດລາວຫວຽດນາມເພີ່ມທະວີການຮ່ວມມືກ່ຽວກັບຄວາມປອດໄພທາງເຄືອຂ່າຍອິນເຕີແນດ  - ảnh 1
ທ່ານ​ນາຍົກລັດຖະມົນຕີລາວ ທອງ​ລຸນ​ ສີ​ສຸ​ລິດ ​
ຕ້ອນຮັບ​​ທ່ານ​ລັດຖະມົນຕີ ​ເຈືອງ​ມິ​ງຕ໋ວນ

(vovworld) - ຕອນ​ບ່າຍ​ວັນ​ທີ 19/9, ຢູ່​ນະຄອນຫຼວງ​ວຽງ​ຈັນ, ທ່ານ​ນາຍົກລັດຖະມົນຕີລາວ ທອງ​ລຸນ​ ສີ​ສຸ​ລິດ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ຫວຽດນາມ, ​ໂດຍ​ທ່ານ​ລັດຖະມົນຕີ ​ເຈືອງ​ມິ​ງຕ໋ວນ, ນຳ​ໜ້າ, ພວມ​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ ລາວ. ທ່ານ​ນາຍົກລັດຖະມົນຕີ ທອງ​ລຸນ​ ສີ​ສຸ​ລິດຊົມ​ຕີ​ລາຄາ​ສູງ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ກະຊວງ​ໃນ​ໄລຍະ​ຜ່ານ​ມາ; ​ເນັ້ນ​ໜັກ​ວ່າ, ບັນດາ​ຜົນງານ​ດັ່ງກ່າວ​ບໍ່​ພຽງ​ແຕ່​ປະກອບສ່ວນ​ເພີ່ມ​ທະວີ ​ແລະ  ​ແລະ ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ກະຊວງ​ເທົ່າ​ນັ້ນ, ຫາກ​ຍັງ​ຊ່ວຍ​ປົກ​ປັກ​ຮັກສາ ​ແລະ ຮັດ​ແໜ້ນ​ການ​ພົວພັນ​ພິ​ເສດ ລາວ - ຫວຽດນາມ​ກວ່າ​ອີກ. ທ່ານ​ນາຍົກລັດຖະມົນຕີ ທອງ​ລຸນ​ ສີ​ສຸ​ລິດ ສະ​ເໜີ ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ​ ຫວຽດນາມ ​ແລະ ກະຊວງ​ໄປສະນີ ​ໂທ​ລະ​ຄົມມະນາຄົມ ລາວ ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ໃນ​ຂົງ​ເຂດ​ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນ​ັດ, ໜູນ​ຊ່ວຍ ​ແລະ ຊ່ວຍ​ເຫຼືອ​ລາວ​ໃນ​ການ​ກໍ່ສ້າງ​ລັດຖະບານ​ເອ​ເລັກ​ໂຕ​ນິກ. ນອກ​ນັ້ນ, ທ່ານ​ນາຍົກລັດຖະມົນຕີ ທອງ​ລຸນ​ ສີ​ສຸ​ລິດ ກໍ່​ສະ​ເໜີ​ ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ​ ຫວຽດນາມ ກໍ່​ຄື​ລັດຖະບານ ຫວຽດນາມ ຊ່ວຍ​ເຫຼືອ​ເພື່ອ​ໃຫ້​ລາວ​ນຳ​ໃຊ້ ​ແລະ ຂຸດ​ຄົ້ນ​ລະບົບ​ເຄືອ​ຂ່າຍ​ອິນ​ເຕີ​ແນັ​ດດາວ​ທຽມ LAOSAT ຢ່າງ​ມີ​ປະສິດທິຜົນ​ທີ່​ສຸດ.

 

 

ຂ່າວ/ບົດ​ອື່ນ