ນາຍົກລັດຖະມົນຕີສ.ຕວກກີເລີ່ມຕົ້ນການຢ້ຽມຢາມຫວຽດນາມຢ່າງເປັນທາງການ

(VOVWORLD) -ຕອນຄ່ຳວັນທີ 22 ສິງຫາ, ທ່ານນາຍົກລັດຖະມົນຕີສ.ຕວກກີ Binali Yildirim ໄດ້ມາເຖິງຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 22 – 24 ສິງຫາ
ນາຍົກລັດຖະມົນຕີສ.ຕວກກີເລີ່ມຕົ້ນການຢ້ຽມຢາມຫວຽດນາມຢ່າງເປັນທາງການ - ảnh 1 (ທ່ານນາຍົກລັດຖະມົນຕີສ.ຕວກກີເລີ່ມຕົ້ນການຢ້ຽມຢາມຫວຽດນາມຢ່າງເປັນທາງການ)

ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ. ການມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຕວກກີ Binali Yildirim ແມ່ນເພື່ອແນໃສ່ພັດທະນາການພົວພັນຫຼາຍດ້ານລະຫວ່າງ 2 ປະເທດ. ການຢ້ຽມຢາມຍັງແມ່ນໂອກາດເພື່ອໃຫ້ 2 ຝ່າຍແລກປ່ຽນບັນດາມາດຕະການແນໃສ່ຊຸກຍູ້ ແລະ ເຮັດໃຫ້ການພົວພັນຮ່ວມມືລະຫວ່າງ 2 ປະເທດເລິກເຊິ່ງກວ່າ ໃນບັນດາຂົງເຂດການຄ້າ - ການລົງທຶນ, ວິທະຍາສາດ - ເຕັກໂນໂລຊີ, ຄົມມະນາຄົມຂົງສົ່ງ, ການສຶກສາ - ບຳລຸງສ້າງ…; ແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ