ນາຍົກລັດຖະມົນຕີສະຫະພັນ ລັດເຊຍ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ນາຍົກລັດຖະມົນຕີສະຫະພັນ ລັດເຊຍ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 1
(ທ່ານ​ນາຍົກລັດຖະມົນຕີສະຫະພັນ​ລັດ​ເຊຍ Dmitry Medvedev)

(vovworld) -     ວັນ​ທີ 6/11, ທ່ານ​ນາຍົກລັດຖະມົນຕີສະຫະພັນ​ລັດ​ເຊຍ Dmitry Medvedev ​​ໄດ້ເລີ່​ມຕົ້ນ​ການ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung. ພິທີ​ຕ້ອນຮັບ​ທ່ານນາຍົກລັດຖະມົນຕີສະຫະພັນ​ລັດ​ເຊຍ Dmitry Medvedev  ຈະ​ດຳ​ເນີນ​ໄປ​ໃນ​ວັນ​ທີ 7/11, ຢູ່​ທີ່​ຮ່າ​ໂນ້ຍ.

        ນີ້​ແມ່ນ​ການ​ຢ້ຽມຢາມຫວຽດນາມ ​ເປັນ​ຄັ້ງ​ທີ 2 ຂອງ​ທ່ານ Dmitry Medvedev . ການ​ຢ້ຽມຢາມ​ມີ​ຄວາມ​ໝາຍ​ສຳຄັນ​ຍິ່ງ​ໃນ​ສະພາບ​ທີ່​ຫວຽດນາມ ​ແລະ ສະຫະພັນ​ລັດ​ເຊຍ ຫາ​ກໍ​ໄດ້​ຍົກ​ການ​ພົວພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງຮອບດ້ານ. ການ​ຢ້ຽມຢາມ​ຄັ້ງ​ນີ້​ຂອງ​ທ່ານນາຍົກລັດຖະມົນຕີສະຫະພັນ​ລັດ​ເຊຍ Dmitry Medvedev  ​ໄດ້​ຢືນຢັນ​ຄວາມ​ຕັດສິນ​ໃຈ​ຂອງ​ການ​ນຳ ​ແລະ ປະຊາຊົນ​ສອງ​ປະ​ເທດ​ຫວຽດນາມ - ສະຫະພັນ​ລັດ​ເຊຍ, ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງຮອບດ້ານ​ລະຫວ່າງ​ຫວຽດນາມ - ລັດ​ເຊຍ ຢ່າງ​ແຮງ​ກວ່າ​ອີກ; ​ແລກປ່ຽນບັນດາ​ມາດ​ຕະການ ​ແລະ ທິດ​ທາງ​ຊຸກຍູ້​ການ​ພົວພັນຮ່ວມ​ມື​ຮອບດ້ານ​ໃນ​ທຸກ​ຂົງ​ເຂດ, ​ໂດຍ​ສະ​ເພາະ​ແມ່ນ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ; ຊຸກຍູ້​ການ​ຜັນ​ຂະຫຍາຍ​ການ​ປະຕິບັດ​ບັນດາ​ໂຄງການ​ໃຫຍ່​ລະຫວ່າງ​ສອງ​ປະ​ເທດ, ຊຸກຍູ້​ການ​ເຄື່ອນ​ໄຫວ​ເຈລະຈາ​ເພື່ອ​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ (FTA) ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ເພີ່ມ​ທະວີ​ການ​ແລກປ່ຽນ​ດ້ານ​ການ​ຄ້າ​ລະຫວ່າງ​ຫວຽດນາມ ​ແລະ ພັນທະ​ພາບພາສີ​ລັດ​ເຊຍ - ກາຊັກສຖານ - ​ເບ​ລາຣຸດ ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ