ນາຍົກລັດຖະມົນຕີສະຫະພັນລັດເຊຍ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ


ນາຍົກລັດຖະມົນຕີສະຫະພັນລັດເຊຍ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ - ảnh 1
ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ແລະ
 ທ່ານ​ນາຍົກລັດຖະມົນຕີສະຫະພັນ​ລັດ​ເຊຍ Dmitry Medvedev
ທີ່​ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ 2014
ພາບ:vietnamplus.vn

(vovworld) –ໂດຍ​ຮັບ​ຄຳ​ເຊີນຈາກ ທ່ານ​ນາຍ​ົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ, ທ່ານ​ນາຍ​ົກ​ລັດ​ຖະ​ມົນ​ຕີ​ສະ​ຫະ​ພັນ ລັດ​ເຊຍ Dmitry Medvedevໄດ້​ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 5-7/4. ຕອນ​ເຊົົ້າ​ວັນ​ທີ 6/4, ພາຍຫຼັງ​ພິ​ທີ​ຕ້ອນ​ຮັບ, ທ່ານ​ນາຍ​ົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ໄດ້​ມີ​ການ​ເຈ​ລະ​ຈາ​ກັບທ່ານ​ນາຍ​ົກ​ລັດ​ຖະ​ມົນ​ຕີ​ສະ​ຫະ​ພັນ ລັດ​ເຊຍ Dmitry Medvedev.

  ທ່ານ​ນາຍ​ົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ  ແລ​ະ ທ່ານ​ນາຍ​ົກ​ລັດ​ຖະ​ມົນ​ຕີ​ສະ​ຫະ​ພັນ ລັດ​ເຊຍ Dmitry Medvedev ຢືນ​ຢັນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ສືບ​ຕໍ່​ປະ​ຕິ​ບັດ​ແນວ​ທາງ​ເພີ່ມທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ຫວຽດ​ນາມ-ລັ​ດ​ເຊຍ, ຕອບ​ສະ​ໜອງ​ຜົນ​ປະ​ໂຫຍດ​ຍາ​ວ​ນານ​ລະ​ຫວ່າງ​ປະ​ຊາ​ຊົນ 2 ປະ​ເທດ ກໍ​ຄື​ສືບ​ຕໍ່​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຮ່ວມ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ. ກ່ຽວ​ກັບ​ການ​ພົວ​ພັນ​ດ້ານ​ການ​ເມືອງ, ທ່ານ​ນາຍ​ົກ​ລັດ​ຖະ​ມົນ​ຕີ​ ທັງ 2 ເຫັນ​ດີ​ເປັນ​ເອ​ກະ​ສັນຄວນ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ຕ່າງໆ, ເປັນ​ຕົ້ນ​ແມ່ນ​ຂັ້ນ​ສູງ, ຫັນ​ການ​ຮ່ວມ​ມື​ໃນ​ຂອບ​ເຂດ​ພັກ, ລັດ, ລັດ​ຖະ​ບານ, ສະ​ພາ​ແຫ່ງ​ຊາດ, ບັນ​ດາ​ອົງ​ການ​ສົງ​ຄົ​ມ​ເປັນຫຼາຍ​ຮູບຫຼາຍ​ແບບ, ສືບ​ຕໍ່​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ແລະ ສະ​ໜັບ​ສະ​ໜູນ​ບົນ​ເວ​ທີ່​ປາ​ໄສ​ສາ​ກົນ.

  ທ່ານ​ນາຍ​ົກ​ລັດ​ຖະ​ມົນ​ຕີ​ ທັງ 2 ເຫັນ​ດີ​ເປັນ​ເອ​ກະ​ສັນກັນ​ວ່າ ຊຸກ​ຍູ້​ການ​ລົງ​ນາມ​ໃນ​ສັນ​ຍາ​ການ​ຄ້າ​ເສ​ລີ​ລະ​ຫວ່າງຫວຽດ​ນາມ - ສະ​ຫະ​ພັນ​ເສດ​ຖະ​ກິດ​ອາ​ຊີ-ເອີ​ລົບ​ໃນ​ໄລ​ຍະ 6 ເດືອນ​ຕົ້ນ​ປີ 2015, ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ຂຶ້ນ​ເປັນ 10 ຕື້ USD ໃນ​ປີ 2020. 2 ຝ່າຍ​ຢືນ​ຢັນ​ຊຸກ​ຍູ້​ການ​ຜັນ​ຂະ​ຫຍາຍ​ການກໍ່​ສ້າງ​ໂຮງ​ງານ​ໄຟ​ຟ້າ​ນິວ​ເຄຼຍ​ນິງ​ຖ້ວນ​ເລກ 1 ຄື ໄດ້​ຕົກ​ລົງ​ກັນ. 2 ຝ່າຍ​ຍັງເຫັນ​ດີ​ເປັນ​ເອ​ກະ​ສັນ​ສືບ​ຕໍ່​ເປີດ​ກ້​ວາງ​ການ​ພົວ​ພັນ 2 ຝ່າຍ​ໃນ​ຂົງ​ເຂດ​ຕ່າງໆ. ທ່ານ​ນາຍ​ົກ​ລັດ​ຖະ​ມົນ​ຕີ​ ທັງ 2 ເຫັນ​ດີ​ເປັນ​ເອ​ກະ​ສັນກັນ​ຖື​ວ່າ ບັນ​ດາ​ການ​ຂັດ​ແຍ້ງ​ຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ​ຄວນ​ໄດ້​ຮັບ​ການ​ແກ້​ໄຂ​ດ້ວຍ​ມາດ​ຕະ​ການ​ໂດຍ​ສັນ​ຕິວິ​ທີບົນ​ພື້ນ​ຖານ​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ, ຜົນ​ຂະ​ຫຍາຍ​ປະ​ຕິ​ບັດ​ຖະ​ແຫຼງ​ການ DOC  ແລະ ກ້າວ​ໄປ​ເຖິງ​ປະ​ມວນ​ຂໍ້​ກຳ​ນົດ COC ໂດຍ​ໄວ.

     ພາຍຫຼັງ​ການ​ເຈ​ລະ​ຈາ , ທ່ານ​ນາຍ​ົກ​ລັດ​ຖະ​ມົນ​ຕີ​ ທັງ 2 ໄດ້​ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ລົງ​ນາມ​ໃນ​ເອ​ກະ​ສານ​ບາງ​ສະ​ບັບ​ໃນ​ຂົງ​ເຂດ​ພະ​ລັງ​ງານ, ການ​ລົງ​ທຶນ, ທະ​ນາ​ຄານ, ສາ​ທາ​ລະ​ນະ​ສຸກ ແລະ ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ.

    ຕອນ​ບ່າຍ​ວັນ​ທີ 6/4, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ຊິງ​ຮຸ່ງ ກໍ​ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາຍ​ົກ​ລັດ​ຖະ​ມົນ​ຕີ​ສະ​ຫະ​ພັນ ລັດ​ເຊຍ Dmitry Medvedev. ທີ່​ການ​ຕ້ອນ​ຮັບ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ຊິງ​ຮຸ່ງ ຢືນ​ຢັນ​ວ່າ ຫວຽດ​ນາມ ບໍ່​ມີ​ວັນ​ຈະຫຼົງ​ລືມ​ການ​ຊ່ວຍ​ເຫຼືອ​ຢ່າງ​ໃຫຍ່ຫຼວງ​ຂອງ​ອະ​ດີດ​ສະ​ຫະ​ພາບ​ໂຊ​ຫວຽດ​ ກໍ​ຄື ສະ​ຫະ​ພັນ​ລັດ​ເຊຍ​ໃນ​ປະ​ຈຸ​ບັນ, ພ້ອມ​ທັງ​ເນັ້ນ​ໜັກ​ວ່າ ນ້ຳ​ໃຈ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີ​ງາມ​ລະ​ຫວ່າງ 2 ປະ​ເທດ ຈະ​ນັບ​ມື້​ນັບ​ສະ​ໜິດ​ຕິ​ດພັນ ແລະ ໄດ້​ຮັບ​ການ​ປັບ​ປຸງ​ຢ່າງບໍ່​ຢຸດຢັ້ງ.

    ແລະ ກໍ​ໃນ​ຕອນ​ບ່າຍ​ຂອງວັນ​ດຽວ​ກັນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້​ອງ ກໍ​ໄດ້​ຕ້ອນ​ຮັບ ທ່ານ​ນາຍ​ົກ​ລັດ​ຖະ​ມົນ​ຕີ​ສະ​ຫະ​ພັນ ລັດ​ເຊຍ Dmitry Medvedev, ປະ​ທານ​ພັກ​ປະ​ເທດ​ລັດ​ເຊຍ​ເອ​ກະ​ພາບ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້​ອງ ຢືນ​ຢັນ​ວ່າ ຫວຽດ​ນາມ​ມີ​ທັດ​ສະ​ນະ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຖື​ເປັນ​ສຳ​ຄັນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕ​ະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ກັບ​ສະ​ຫະ​ພັນ​ລັດ​ເຊຍ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້​ອງ ຫວັງ​ວ່າ ສັນ​ຍາ​ການ​ຄ້າ​ເສ​ລີ​ລະ​ຫວ່າງຫວຽດ​ນາມ - ສະ​ຫະ​ພັນ​ເສດ​ຖະ​ກິດ​ອາ​ຊີ-ເອີ​ລົບ ຈະ​ໄດ້​ຮັບ​ການ​ລົງ​ນາມ​ໂດຍ​ໄວ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້​ອງ ຕີ​ລາ​ຄາ​ສູງວິ​ວັດ​ການ​ພັດ​ທະ​ນາ​ອັນ​ດີ​ງາມ​ໃນ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງພັກ​ກອ​ມມູ​ນິດ​ຫວຽດ​ນາມ ແລະ ພັກ​ປະ​ເທດ​ລັດ​ເຊຍ​ເອ​ກະ​ພາບ.

    ສິ້ນ​ສຸດ​ການ​ເຮັດ​ວຽກ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້​ອງ ແລະ ທ່ານ​ນາຍ​ົກ​ລັດ​ຖະ​ມົນ​ຕີ​ສະ​ຫະ​ພັນ ລັດ​ເຊຍ Dmitry Medvedev, ປະ​ທານ​ພັກ​ປະ​ເທດ​ລັດ​ເຊຍ​ເອ​ກະ​ພາບ ໄດ້​ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ລົງ​ນາມ​ໃນ​ບົດ​ບັນ​ທຶກວ່າ​ດ້ວຍ​ການ​ເປີດ​ກ້​ວາງ ແລະ ເຮັດ​ໃຫ້​ການ​ພົວ​ພັນ​ຮ່ວ​ມມື​ຮອບ​ດ້ານ​​​ໄລ​ຍະ 2015-2017 ລະ​ຫວ່າງພັກ​ກອ​ມມູ​ນິດ​ຫວຽດ​ນາມ ແລະ ພັກ​ປະ​ເທດ​ລັດ​ເຊຍ​ເອ​ກະ​ພາບເລິກ​ເຊິ່ງ​ຂຶ້ນ​ຕື່ມ.

​ເນື່ອງ​ໃນ​ໂອກາດ​ການ​ຢ້ຽມຢາມ​ຂອງ​ທ່ານ​ນາຍົກລັດຖະມົນຕີລັດ​ເຊຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ຕອບ​ສຳພາດ​ສຳນັກ​ຂ່າວສານ Itar Tass, ຂອງ​ລັດ​ເຊຍ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໃຫ້​ຮູ້​ວ່າ, ທ່ານ ​ແລະ ທ່ານ​ນາຍົກລັດຖະມົນຕີລັດ​ເຊຍ Dmitry Medvedev ຈະ​ປຶກສາ​ຫາລື, ຕີ​ລາຄາ​ປະສິດທິ​ຜົນ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື 2 ຝ່າຍ​ໃນ​ໄລຍະ​ຜ່ານ​ມາ, ​ແລກປ່ຽນ​ຄຳ​ເຫັນ​ກ່ຽວ​ກັບ​ທິດ​ທາງ, ມາດ​ຕະການ​ລະອຽດ​ເພື່ອ​ຍູ້​ແຮງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ທຸກ​ຂົງ​ເຂດ​ຄື: ການ​ເມືອງ, ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ພະລັງງານ, ​ເຕັກ​ນິກການ​ທະຫານ, ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ ​ແລະ ບັນດາ​ຂົງ​ເຂດ​ອື່ນໆ​ອີກ. 2 ຝ່າຍ​​ຈະ​ປຶກສາ​ຫາລືບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.  ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ຂ່າວ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຊີ້​ແຈ້ງວ​່າ : " ຂ້າ​ພະ​ເຈົ້າ ແລະ ທ່ານ​ນາຍົກລັດຖະມົນຕີລັດ​ເຊຍ Dmitry Medvedevໄດ້​ເຫັນ​ດີ​ຖື​ວ່າ "ບັນ​ດາ​ການ​ຂັດ​ແຍ້ງ​ຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ​ຄວນ​ໄດ້​ຮັບ​ການ​ແກ້​ໄຂ​ ດ້ວຍ​ມາດ​ຕະ​ການ​ໂດຍ​ສັນ​ຕິວິ​ທີບົນ​ພື້ນ​ຖານ​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ, ຜົນ​ຂະ​ຫຍາຍ​ປະ​ຕິ​ບັດ​ຖະ​ແຫຼງ​ການ DOC  ແລະ ກ້າວ​ໄປ​ເຖິງ​ປະ​ມວນ​ຂໍ້​ກຳ​ນົດ COC ໂດຍ​ໄວ. ຂ້າ​ພະ​ເຈົ້າ ແລະ ທ່ານ​ນາຍົກລັດຖະມົນຕີລັດ​ເຊຍ Dmitry Medvedev ສືບ​ຕໍ່​ເປີດ​ກ້​ວາງ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ດ້ານ​ນ້ຳ​ມັນ​ອາຍ​ແກັ​ສ​ຢູ່​ເຂດ​ເສດ​ຖະ​ກິດ​ພິ​ເສດ ແລ​ະ ໄຫຼ່​ທະ​ວີບ​ຂອງ​ຫວຽດ​ນາມ​"

        ​ໃນ​ຂະນະ​ນັ້ນ, ບັນດາ​ໜັງ​ສືພິມ​ໃຫຍ່​ຂອງ​ຫວຽດນາມ ສະບັບ​ອອກ​ວັນ​ທີ 06/04, ​ໄດ້​ໃຫ້​ຂ່າວ, ບົດ​ກ່ຽວ​ກັບ​ການ​ຢ້ຽມຢາມ​ຫວຽດນາມ ຂອງ​ທ່ານ​ນາຍົກລັດຖະມົນຕີລັດ​ເຊຍ. ບົດ​ນຳໜັງສື​ພິມ​ປະຊາຊົນ​ດ້ວຍ​ຫົວ​ຂໍ້​ວ່າ “ຂີດ​ໝາຍ​ໃໝ່​ໃນ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຫວຽດນາມ - ສະຫະພັນ​ລັດ​ເຊຍ” ​ໄດ້​ຢືນຢັນ​ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາຍົກລັດຖະມົນຕີລັດ​ເຊຍ Dmitry Medvedev ​ແມ່ນ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ທຸກ​ຂົງ​ເຂດ​ຢ່າງ​ແຮງ, ​ໂດຍ​ສະ​ເພາະ​ກ່ຽວ​ກັບ​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ. ບົດ​ນຳ​ທີ່​ມີ​ຫົວ​ຂໍ້​ວ່າ “​ເພີ່ມ​ຂີດ​ໝາຍ​ສຳຄັນ​ໃນ​ການພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຫວຽດນາມ - ສະຫະພັນ​ລັດ​ເຊຍ” ຂອງ​ນັງສື​ພິມ​ກອງທັບ​ປະຊາຊົນ​ຫວຽດນາມ ​ໄດ້ສະ​ແດງ​ຄວາມ​​​ເຊື່ອໝັ້ນວ່າການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ​ຂອງ​ທ່າ​ນນາຍົກລັດຖະມົນຕີລັດ​ເຊຍ ຈະ​ປະສົບ​ຜົນສຳ​ເລັດ​ຢ່າງ​ຈົບງາມ, ປະກອບສ່ວນ​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຫວຽດນາມ - ສະຫະພັນ​ລັດ​ເຊຍ.

ຂ່າວ/ບົດ​ອື່ນ