ນາຍົກລັດຖະມົນຕີສະເໜີຫລຸດຜ່ອນ1/3ເວລາປະຕິບັດລະບຽບການບໍລິຫານໃນການລົງທຶນກໍ່ສ້າງ

ນາຍົກລັດຖະມົນຕີສະເໜີຫລຸດຜ່ອນ1/3ເວລາປະຕິບັດລະບຽບການບໍລິຫານໃນການລົງທຶນກໍ່ສ້າງ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ເຮັດ​ວຽກ​ກັບ​ກະຊວງ​ກໍ່ສ້າງ
(ພາບ: TTXVN)

(vovworld) – ​ຕອນ​ເຊົ້າ​ວັນ​ທີ 14/8, ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ພ້ອມ​ກັບ​ການ​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ​ຕ່າງໆໄດ້​ລົງ​ຢ້ຽມຢາມ ​ແລ​ະ ​ເຮັດ​ວຽກ​ກັບ​ກະຊວງ​ກໍ່ສ້າງກ່ຽວ​ກັບ​ວຽກ​ງານ​ປະຕິ​ຮູບ​ການ​ບໍລິຫານ​​ໃນ​ການ​ລົງທຶນ​ກໍ່ສ້າງ. ທ່ານ​ນາຍົກລັດຖະມົນຕີຖືວ່າ: ​ລະບຽບການ​ບໍລິຫານ​ໃນ​ຂົງ​ເຂດ​ນີ້​ຍັງ​ຊັກ​ຊ້າ, ສັບສົນ, ບໍ່​ທັນ​ກະຈ່າງ​ແຈ້ງ, ເປັນ​ເອກະ​ພາບ ​ແລ​ະ ທະລຸລົງຕະຫຼອດ​ຂັ້ນ​ສູນ​ກາງ​ລົງ​ຮອດ​ທ້ອງ​ຖີ່​ນ, ສົງ​ຜົນ​ສະທ້ອນ​ໂດຍ​ກົງ​ເຖິງ​ສະພາບ​ການ​ລົງທຶນ ​ແລະ ກຳລັງ​ຄວາມ​ແກ່ງ​ແຍ້​ງຂອງ​ພື້ນຖານ​ເສດຖະກິດ. ທ່ານ​ນາຍົກລັດຖະມົນຕີ ສະ​ເໜີ​ໃຫ້​ກະຊວງ​ກໍ່ສ້າງ ສ້າງ ​ແລະ ຜັນ​ຂະຫຍາຍ​ແຜ​ນການ​ເຄື່ອນ​ໄຫວ​ລະອຽດເພື່ອ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ​ລາຍ​ງານ​ລັດຖະບານ, ​ໃນ​ນັ້ນ​ໄດ້​ກຳນົດ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ແຕ່​ລະ​ກະຊວງ, ຂະ​ແໜງ​ການ​ຢ່າງ​ຈະ​ແຈ້ງ ຕິດ​ພັນ​ກັບ​ກົນ​ໄກ​ສົມທົບ​ກັນ​ຢ່າງ​ລະອຽດ​ເພື່ອ​ປະຕິບັດ, ​ແບ່ງ​ຂັ້ນ​ດ້ວຍ​ການ​ຮັບຜິດຊອບ​ສຳລັບ​ທ້ອງ​ຖີ່​ນຢ່າງ​ຈະ​​ແຈ້ງບົນ​ຈິດ​ໃຈ​ເດັດດຽວລົບ​ລ້າງ​ບັນດາ​ລະບຽບ​ການ​ບໍລິຫານທີ່ສັບສົນ ພາໃຫ້ເກີດປະກົດການ​ຫຍໍ້​ທໍ້​.




ຕອບກັບ

ຂ່າວ/ບົດ​ອື່ນ