ນາຍົກລັດຖະມົນຕີສະເໜີໃຫ້ລັດວິສາຫະກິດນຳໜ້າໃນການພັດທະນາ

(VOVWORLD) -ຕອນບ່າຍວັນທີ 15/6, ຢູ່ຮ່າໂນ້ຍ ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ເປັນປະທານກອງປະຊຸມພົບປະລະຫວ່າງນາຍົກລັດຖະມົນຕີກັບລັດວິສາຫະກິດ
ນາຍົກລັດຖະມົນຕີສະເໜີໃຫ້ລັດວິສາຫະກິດນຳໜ້າໃນການພັດທະນາ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ

     ກອງປະຊຸມມີຫົວຂໍ້ວ່າ “ລັດວິສາຫະກິດເຂົ້າຮ່ວມການປະກອບສ່ວນຊຸກຍູ້ການເຕີບໂຕ, ສ້າງສະຖຽນລະພາບທາງດ້ານເສດຖະກິດມະຫາພາກ, ຮັບປະກັນຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ”.

           ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ: ບັນດາລັດວິສາຫະກິດຕ້ອງກຳນົດຢ່າງຈະແຈ້ງກ່ຽວກັບບົດບາດນຳພາຂອງພື້ນຖານເສດຖະກິດແຫ່ງລັດ, ບັນດາ ລັດວິສາຫະກິດ ແມ່ນກຳລັງຫຼັກແຫຼ່ງໃນພາລະກິດພັດທະນາເສດຖະກິດ - ສັງຄົມ; ສືບຕໍ່ຜັນຂະຫຍາຍປະຕິບັດບັນດາແຜນແມ່ບົດ, ປັບປຸງຍຸດທະສາດພັດທະນາ ແຜນການຜະລິດດຳເນີນ ທຸລະກິດ ແລະ ການລົງທຶນພັດທະນາປະຈຳປີ ແລະ 5 ປີ ທີ່ໄດ້ອະນຸມັດຜ່ານ. ນອກນັ້ນ, ບັນດາລັດວິສາຫະກິດຕ້ອງຍູ້ໄວຄວາມຄືບໜ້າ ແລະ ຍົກສູງຄຸນນະພາບ ແລະ ປະສິດທິຜົນຂອງບັນດາໂຄງການລົງທຶນພັດທະນາ, ໃຫ້ບຸລິມະສິດສ້າງຕັ້ງ ແລະ ພັດທະນາກຳລັງແຮງຂອງບັນດາວິສາຫະກິດຂະໜາດໃຫຍ່ ແນໃສ່ເສີມຂະຫຍາຍບົດບລາດນຳໜ້າໃນບາງຂະແໜງການ ຂົງເຂດທີ່ສຳຄັນທີ່ມີທ່າ ໄດ້ປຽບທາງດ້ານການແຂ່ງຂັນ ແລະ ຄວາມສາມາດນຳພາຂະບວນວິວັດແຫ່ງການຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ

ຕອບກັບ

ຂ່າວ/ບົດ​ອື່ນ