ນາຍົກລັດຖະມົນຕີຫງວຽນຊວນຝຸກພົບປະເຈລະຈາກັບບັນດາການນຳຣູມານີ

(VOVWORLD) -ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດໄປຢ້ຽມຢາມຣູມານີ ຢ່າງເປັນທາງການ, ຕອນບ່າຍວັນທີ 15 ເມສາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຝຸກ ໄດ້ພົບປະເຈລະຈາກັບທ່ານປະທານາທິບໍດີຣູມານີ Klaus Iohanis.

ນາຍົກລັດຖະມົນຕີຫງວຽນຊວນຝຸກພົບປະເຈລະຈາກັບບັນດາການນຳຣູມານີ - ảnh 1 ທ່ານນາຍົກລັດຖະມົນຕີຫງວຽນຊວນຝຸກພົບປະເຈລະຈາກັບບັນດາການນຳຣູມານີ

(ພາບ: VGP)

ທີ່ການພົບປະເຈລະຈາ, ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ, ຣູມານີ ສືບຕໍ່ສະໜັບສະໜູນການລົງນາມ ແລະ ໃຫ້ສັດຕະຍາບັນສັນຍາການຄ້າເສລີຫວຽດນາມ - ອີຢູ (EVFTA) ຢ່າງແຮງ ແລະ ສັນຍາອາລັກຂາການລົງທຶນ (EVIPA) ໃນອາຍຸການປະທານໝູນວຽນອີຢູ 6 ເດືອນຕົ້ນປີ 2019 ຂອງຣູມານີ. ທ່ານນາຍົກລັດຖະມົນຕີກໍ່ປາດຖະໜາວ່າ, 2 ຝ່າຍເພີ່ມທະວີການຮ່ວມມືໃນບັນດາຂົງເຂດເຊິ່ງຫວຽດນາມ ມີຄວາມຕ້ອງການ ແລະ ຣູມານີ ມີທ່າແຮງຄື: ນ້ຳມັນອາຍແກັດ, ກະສິກຳ, ການປຸງແຕ່ງອາຫານ; ພັດທະນາການພົວພັນກ່ຽວກັບຄົນງານ, ການສຶກສາ - ບຳລຸງສ້າງ, ວັດທະນະທຳ - ທ່ອງທ່ຽວ… ຢ່າງຮອບດ້ານ.

        ສ່ວນທ່ານປະທານາທິບໍດີ Klaus Iohanis ເນັ້ນໜັກວ່າ, ຣູມານີ ສະໜັບສະໜູນການພົວພັນລະຫວ່າງຫວຽດນາມ - ອີຢູ, ສຸມທຸກຄວາມມານະພະຍາຍາມເພື່ອຊຸກຍູ້ EVFTA ແລະ EVIPA ໃຫ້ໄດ້ຮັບການລົງນາມໃນຮອບເວລາທີ່ພວມດຳລົງຕຳແໜ່ງເປັນປະທານໝູນວຽນອີຢູ ແລະ ກ້າວໄປເຖິງການຜັນຂະຫຍາຍບັນດາສັນຍາດັ່ງກ່າວ ເພື່ອຜົນປະໂຫຍດເຊິ່ງບັນດາໂຄງການຮ່ວມມືລະອຽດນຳມາໃຫ້ຫວຽດນາມ, ອີຢູ ແລະ ຣູມານີ ໃຫ້ປະກົດຜົນເປັນຈິງ.

        ການນຳ 2 ທ່ານກໍ່ໄດ້ເຫັນດີຊຸກຍູ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ຄູ່ຮ່ວມມືຂອງ 2 ຝ່າຍຕັ້ງໜ້າເຊື່ອມຕໍ່ການຮ່ວມມືເພື່ອນຳການພົວພັນລະຫວ່າງ 2 ປະເທດພັດທະນາຢ່າງແຮງ ແລະ ມີປະສິດທິຜົນກວ່າ, ນຳມາເຊິ່ງໝາກຜົນສຳຄັນຫຼາຍຢ່າງ ກົງກັບໂອກາດທີ່ 2 ປະເທດສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ໃນປີ 2020. ການນຳ 2 ທ່ານກໍ່ຢືນຢັນວ່າ, 2 ປະເທດຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສເຊິ່ງ 2 ປະເທດລ້ວນແຕ່ແມ່ນສະມາຊິກຄື: ສະຫະປະຊາຊາດ, ASEM.

        ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ໄດ້ພົບປະເຈລະຈາກັບປະທານສະພາສູງຣູມານີ Calin Popescu Tariceanu. ທີ່ການພົບປະ, ທ່ານປະທານສະພາສູງຣູມານີ ຊີ້ແຈ້ງວ່າ: ຣູມານີ ຕັ້ງໜ້າສະໜັບສະໜູນ EVFTA ກໍ່ຄື EVIPA ແລະ ຊຸກຍູ້ວິວັດທະນາການກວດກາດ້ານນິຕິກຳຄືນໃໝ່ເພື່ອໃຫ້ສັນຍາໄດ້ຮັບການລົງນາມໂດຍໄວ. ທ່ານກໍ່ໃຫ້ຮູ້ວ່າ 2 ຝ່າຍຄວນຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຄື: ກະສິກຳ, ແຮງງານ, ການຄ້າ, ມຸ່ງໄປເຖິງເປົ້າໝາຍບັນລຸວົງເງິນການຄ້າ 2 ສົ້ນໃຫ້ໄດ້ 1 ຕື້ USD…

        ແລະກໍ່ໃນຂອບເຂດການຢ້ຽມຢາມ, ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ເວທີປາໄສວິສາຫະກິດຫວຽດນາມ - ຣູມານີ; ເຮັດວຽກກັບການນຳບາງແຂວງ, ນະຄອນຂອງຫວຽດນາມ ແລະ ຣູມານີ ເພື່ອຊຸກຍູ້ການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ