ນາຍົກລັດຖະມົນຕີຫງວຽນຊວນຟຸກ ສິ້ນສຸດການໄປເຂົ້າຮ່ວມກອງປະຊຸມສຸດຍອດ G7 ເປີດກວ້າງ ແລະ ຢ້ຽມຢາມການາດາ

(VOVWORLD) -ວັນທີ 11 ມິຖຸນາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ກັບເມືອຮອດສະໜາມບິນ ໂນ້ຍບາຍ, ຮ່າໂນ້ຍ, ປະເທດຫວຽດນາມ, ສິ້ນສຸດການເຂົ້າຮ່ວມກອງປະຊຸມ G7  ເປີດກວ້າງ ແລະ ຢ້ຽມຢາມປະເທດການາດາ ຕາມຄຳເຊື້ອເຊີນຂອງ ທ່ານນາຍົກລັດຖະມົນຕີ ການາດາ Justin Trudeau ຢ່າງຈົບງາມ.

ນາຍົກລັດຖະມົນຕີຫງວຽນຊວນຟຸກ ສິ້ນສຸດການໄປເຂົ້າຮ່ວມກອງປະຊຸມສຸດຍອດ G7 ເປີດກວ້າງ ແລະ ຢ້ຽມຢາມການາດາ - ảnh 1ການນຳບັນດາປະເທດເຂົ້າຮ່ວມກອງປະຊຸມສຸດຍອດ G7 ເປີດກວ້າງ

(ພາບ: TTXVN)

ໃນເວລາ 03 ວັນ, ແຕ່ວັນທີ 8 – 10 ມິຖຸນາ, ທ່ານນາຍົກລັດຖະມົນຕີ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ມີການພົບປະຂັ້ນສູງຄັ້ງຕ່າງໆ ແລະ ບັນດາການເຄື່ອນໄຫວຫຼາຍຝ່າຍ ດ້ວຍການປຶກສາຫາຫຼາຍເນື້ອໃນທີ່ສຳຄັນ, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ  ໄດ້ສະເໜີຂໍ້ລິເລີ່ມສ້າງຕັ້ງ “ເວທີປາໄສຮ່ວມມືເປີດກວ້າງລະຫວ່າງບັນດາປະເທດ G7 ແລະ ບັນດາປະເທດຢູ່ແຄມທະເລ ກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ນ້ຳທະເລຂຶ້ນ ແລະ ປົກປັກຮັກສາສິ່ງແວດລ້ອມຊີວະພາບຢູ່ທະເລ”; ສະເໜີໃຫ້ບັນດາປະເທດ G7 ຊຸກຍູ້ການສ້າງ “ກົນໄກຮ່ວມມືທົ່ວໂລກ ກ່ຽວກັບການຫຼຸດຜ່ອນສິ່ງເສດເຫຼືອປະເພດຢາງ” ໃຫ້ສົມບູນແບບ.

        ຢູ່ນອກເຫດການຫຼາຍຝ່າຍທີ່ເຕົ້າໂຮມບັນດາພື້ນຖານເສດຖະກິດແຖວໜ້າຂອງໂລກ, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ມີບັນດາການພົບປະສອງຝ່າຍກັບການນຳບັນດາປະເທດ G7, ບັນດາປະເທດອື່ນໆ ແລະ ອົງການຈັດຕັ້ງສາກົນເກືອບທັງໝົດທີ່ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ G7 ເປີດກວ້າງຄັ້ງນີ້.

        ໃນຂອບເຂດບັນດາການເຄື່ອນໄຫວຢ້ຽມຢາມປະເທດການາດາ, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ມີການໂອ້ລົມສົນທະນາກັບ ທ່ານນາຍົກລັດຖະມົນຕີ ການາດາ Justin Trudeau. ສອງຝ່າຍໄດ້ເຫັນດີກັບບັນດາມາດຕະການຊຸກຍູ້ການພົວພັນດ້ານການເມືອງ - ການຕ່າງປະເທດ; ການຄ້າ ແລະ ການລົງທຶນອີກດ້ວຍ.

        ການເຂົ້າຮ່ວມກອງປະຊຸມສຸດຍອດ G7 ເປີດກວ້າງ ແລະການຢ້ຽມຢາມ ການາດາຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສືບຕໍ່ຢັ້ງຢືນຖານະບົດບາດຂອງຫວຽດນາມ ທີ່ນັບມື້ນັບໄດ້ຍົກສູງຂຶ້ນບົນເວທີສາກົນ, ເປີດກາລະໂອກາດໃໝ່ຫຼາຍຢ່າງໃຫ້ແກ່ການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ - ການາດາ. ການເດີນທາງໄປປະຕິບັດງານຢູ່ຕ່າງປະເທດຂອງທ່ານນາຍົກລັດຖະມົນຕີ ຍັງເປັນການຢັ້ງຢືນບົດບາດ, ຄວາມຮັບຜິດຊອບສູງຂອງຫວຽດນາມ ເພື່ອແນໃສ່ປະກອບສ່ວນຢ່າງຕັ້ງໜ້າ, ເປັນເຈົ້າການ, ມີຄວາມຮັບຜິດຊອບໃນການແກ້ໄຂບັນຫາທົ່ວໂລກໃນປັດຈຸບັນ, ປະກອບສ່ວນເພື່ອສັນຕິພາບ, ຄວາມຈະເລີນຮຸ່ງເຮືອງ, ການຮ່ວມມືພັດທະນາຢູ່ໃນໂລກ.


ຕອບກັບ

ຂ່າວ/ບົດ​ອື່ນ