ນາຍົກລັດຖະມົນຕີຫງວຽນຊວນຟຸກ: ສຸມໃສ່ສ້າງລະບອບກົດໝາຍ

(VOVWORLD) -ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ອົງການມີໜ້າທີ່ຮັບຜິດຊອບ ຕ້ອງເອົາໃຈໃສ່ເຖິງວຽກງານສ້າງລະບອບກົດໝາຍ ໃຫ້ຫຼາຍກວ່າ ແລະ ດີກວ່າອີກ.

ນາຍົກລັດຖະມົນຕີຫງວຽນຊວນຟຸກ: ສຸມໃສ່ສ້າງລະບອບກົດໝາຍ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ວາລະປະຊຸມ

(ພາບ: vov.vn)

ໃນວາລະປະຊຸມນັດສາມັນ ເດືອນ ມິຖຸນາ 2018 ໄດ້ດຳເນີນໃນຕອນເຊົ້າວັນທີ 3 ກໍລະກົດ, ທີ່ສຳນັກງານລັດຖະບານ, ບັນດາສະມາຊິກລັດຖະບານ ໄດ້ຮັບຟັງກະຊວງຍຸຕິທຳ ສະເໜີ ບົດລາຍງານກ່ຽວກັບ ສະພາບການປະຕິບັດລາຍການກໍ່ສ້າງກົດໝາຍ, ລັດຖະດຳລັດຂອງລັດຖະບານ ແລະ ສະພາບການປະກາດໃຊ້ເອກະສານກຳນົດຢ່າງລະອຽດ ກ່ຽວກັບການປະຕິບັດກົດໝາຍ, ລັດຖະດຳລັດ ໄຕມາດ 2 ປີ 2018.

        ໄລ່ມາຮອດວັນທີ 30 ມິຖຸນາ 2018, ລັດຖະບານ, ນາຍົກລັດຖະມົນຕີ, ບັນດາກະຊວງ, ອົງການທຽບເທົ່າກັບກະຊວງ ໄດ້ປະກາດໃຊ້ເອກະສານກຳນົດ 93/115 ສະບັບ. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ອົງການມີໜ້າທີ່ຮັບຜິດຊອບ ຕ້ອງເອົາໃຈໃສ່ເຖິງວຽກງານສ້າງລະບອບກົດໝາຍ ໃຫ້ຫຼາຍກວ່າ ແລະ ດີກວ່າອີກ. ກະຊວງຍຸຕິທຳ, ຫ້ອງວ່າການລັດຖະບານ ຕ້ອງກວດກາ, ກະຕຸກຊຸກຍູ້ປະຕິບັດໂຄງການສ້າງກົດໝາຍ, ລັດຖະດຳລັດເປັນປະຈຳ. ພ້ອມທັງເນັ້ນໜັກວ່າ ບໍ່ຈົດທະບຽນເອົາເຂົ້າໃນລາຍການ ບັນດາໂຄງການສ້າງກົດໝາຍ ທີ່ຍັງບໍ່ທັນມີຄວາມເຂົ້າໃຈແຈ້ງກ່ຽວກັບທາດແທ້, ເນື້ອໃນ ແລະ ຜົນກະທົບຂອງບັນຫາ.

ຕອບກັບ

ຂ່າວ/ບົດ​ອື່ນ