ນາຍົກລັດຖະມົນຕີຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສະຫລຸບຂອງກະຊວງວິທະຍາສາດເຕັກໂນໂລຢີ

(VOVWORLD) - ກອງປະຊຸມປຶກສາຫາລືກ່ຽວກັບບົດບາດຂອງກະຊວງ, ບັນດາພະແນກວິທະຍາສາດເຕັກໂນໂລຢີຢູ່ທ້ອງຖິ່ນຕ່າງໆໃນວຽກງານຄຸ້ມຄອງລັດ, ສ້າງເງື່ອນໄຂໃຫ້ວິທະຍາສາດ ເຕັກໂນໂລຢີພັດທະນາ.
ນາຍົກລັດຖະມົນຕີຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສະຫລຸບຂອງກະຊວງວິທະຍາສາດເຕັກໂນໂລຢີ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມ 

ຕອນເຊົ້າວັນທີ 9 ມັງກອນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສະຫລຸບການເຄື່ອນໄຫວວິທະຍາສາດ ແລະ ເຕັກໂນໂລຢີ ປີ 2017 ແລະ ທິດທາງ, ໜ້າທີ່ປີ 2018. ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີວ່າ: ກອງປະຊຸມປຶກສາຫາລືກ່ຽວກັບບົດບາດຂອງກະຊວງ, ບັນດາພະແນກວິທະຍາສາດເຕັກໂນໂລຢີຢູ່ທ້ອງຖິ່ນຕ່າງໆໃນວຽກງານຄຸ້ມຄອງລັດ, ສ້າງເງື່ອນໄຂໃຫ້ວິທະຍາສາດ ເຕັກໂນໂລຢີພັດທະນາ. ໃນນັ້ນ, ການນຳພະແນກວິທະຍາສາດ ແລະ ເຕັກໂນໂລຢີ ຄວນປະຕິບັດວຽກງານເປັນເສນາທິການໃຫ້ແກ່ອຳນາດການປົກຄອງທ້ອງຖິ່ນກ່ຽວກັບວຽກງານນີ້. ນາຍົກລັດຖະມົນຕີ ຕີລາຄາສູງຂະແໜງ ມີຫຼາຍຜະລິດຕະພັນວິທະຍາສາດເຕັກໂນໂລຢີໃນທຸກຂົງເຂດໄດ້ໝູນໃຊ້ຢ່າງມີປະສິດທິຜົນເຂົ້າສູ່ຊີວິດໃນໄລຍະຜ່ານມາ, ໃນນັ້ນມີການລ້ຽງປູກສິນໃນນ້ຳ, ການເງິນທະນາຄານ, ການແພດ, ສິ່ງແວດລ້ອມ, ວັດສະດຸກໍ່ສ້າງ, ໝູນໃຊ້ວິທະຍາສາດເຕັກໂນໂລຢີໃນການຜະລິດກະສິກຳ ເຕັກໂນໂລຢີສູງ ຊ່ວຍກະສິກຳສົ່ງອອກລື່ນກາຍລະດັບຂອງນ້ຳມັນດິບປີ 2017.

ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໄດ້ເຂົ້າຮ່ວມກອງປະຊຸມຜັນຂະຫຍາຍໜ້າທີ່ປີ 2016 ຂອງທະນາຄານແຫ່ງລັດ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຕີລາຄາສູງລະບົບທະນາຄານປະກອບສ່ວນສຳຄັນຕອບສະໜອງຄວາມຕ້ອງການດ້ານທຶນຮອນໃຫ້ແກ່ພື້ນຖານເສດຖະກິດ, ຮັກສາຄ່າສະກຸນເງິນດົ່ງ ຫວຽດນາມ ເປັນປົກກະຕິ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ ແລະ ວິສາຫະກິດ. ໃນນັ້ນ, ການສະສົມເງິນຕາຕ່າງປະເທດບັນລຸ 53 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ