ນາຍົກລັດຖະມົນຕີຫງວຽນຊວນຟຸກ ໄປອວຍພອນປີໃໝ່ພະນັກງານຂະແໜງກວດສອບບັນຊີ


ນາຍົກລັດຖະມົນຕີຫງວຽນຊວນຟຸກ ໄປອວຍພອນປີໃໝ່ພະນັກງານຂະແໜງກວດສອບບັນຊີ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ​

(vovworld)- ຕອນ​ບ່າຍ​ວັນ​ທີ 2/2 (ກົງ​ກັບ​ວັນ​ທີ 6 ເດືອນ​ຈຽງ​ປີ​ລະ​ກາ 2017) ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ​ໄດ້​ໄປ​ຢ້ຽມ​ຢາມ ແລະ ອວຍ​ພອນ​ປີ​ໃໝ່​ພະ​ນັກ​ງານ, ລັດ​ຖະ​ກອນ​ຂະ​ແໜງກວດ​ສອບ​ບັນ​ຊີ​ແຫ່ງ​ລັດ. ນະ​ທີ່​ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໄດ້​ຊີ້​ແຈ້ງວ່າ ລັດ​ຖະ​ບານ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຝາກ​ຄວາມ​ຫວັງຕໍ່ ຂະ​ແໜງກວດ​ສອບ​ບັນ​ຊີ​ແຫ່ງ​ລັດຈະ​ຕ້ອງ​ກາຍ​ເປັນ​ອົງ​ການ​ປົກ​ປ້ອງ​ກົດ​ໝາຍ​ຂອງ​ທັງ​ລະ​ບົບ​ຄຸ້ມ​ຄອງ​ການ​ເງິນ ແລະ ຄຸ້ມ​ຄອງ​ຊັບ​ສິນ​ຂອງ​ລັດ.

     ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ຍັງເນັ້ນ​ໜັກ​ວ່າ : ຂະ​ແໜງກວດ​ສອບ​ບັນ​ຊີ​ແຫ່ງ​ລັດຈົ່ງ​ເອົາ​ໃຈ​ໃສ່​ບູ​ລະ​ນະ​ກົງ​ຈັກ,   ຍົກ​ສູງ​ຄວາມສາ​ມາ​ດ, ຈັນ​ຍາ​ທຳ ຈັນ​ຍາ​ບັນ ແລະ ຄຸນ​ນະ​ພາບ​ວຽກ​ງານກວດ​ສອບ​ບັນ​ຊີ.
ຂ່າວ/ບົດ​ອື່ນ