ນາຍົກລັດຖະມົນຕີຫງວຽນຊວນຟຸກກັບເມືອປະເທດ,ສິ້ນສຸດການຢ້ຽມຢາມຈີນ ເປັນທາງການຢ່າງຈົບງາມ

ນາຍົກລັດຖະມົນຕີຫງວຽນຊວນຟຸກກັບເມືອປະເທດ,ສິ້ນສຸດການຢ້ຽມຢາມຈີນ ເປັນທາງການຢ່າງຈົບງາມ - ảnh 1
ທ່ານຫງວຽນຊວນຟຸກ ແລະ ທ່ານ ຫຼີເຄີຊຽນ

(vovworld) –  ຕອນ​ບ່າຍ​ວັນ​ທີ 15/9, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ​ໄດ້​​ເດີນທາງ​ກັບ​ເມືອ ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ຢ້ຽມຢາມຈີນ​ຢ່າງ​ເປັນ​ທາງ​ການ​ ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຈີນ ຫຼີ​ເຄີ​ຊຽນ, ​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ ຈີນ - ອາ​ຊຽນ (CAEXPO), ກອງ​ປະຊຸມ​ສຸດ​ຍອດ​ການ​ຄ້າ, ການ​ລົງທຶນ ຈີນ - ອາ​ຊຽນ (CABIS) ຄັ້ງ​ທີ 13 ​ແລະ ຢ້ຽມຢາມ​ເຂດ​ບໍລິຫານ​ພິ​ເສດ ຮົ່ງກົງ ​ແຕ່​ວັນ​ທີ 10 – 15/9. ​ບົນ​ເສັ້ນທາງ​ກັບ​ເມືອ​ປະ​ເທດ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ສົ່ງ​ໂທລະ​ເລກ​ຂອບ​ອົກ​ຂອບ​ໃຈ​ທ່ານ​ນາຍົກລັດຖະມົນຕີ ຫຼີ​ເຄີ​ຊຽງ ​ແລະ ບັນດາ​ການ​ນຳ​ຂັ້ນ​ສູງ ຈີນ ທີ່​ໄດ້​ສະ​ຫງວນການ​ຕ້ອນຮັບ​ຢ່າງ​ສົມ​ກຽດ, ສະໜິດ​ສະໜົມ ​ແລະ ມິດຕະພາບ ​ໃຫ້​ທ່ານ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ.

        ​ໃນ​ເວລາ 6 ວັນ, ທ່ານ​ນາຍົກລັດຖະມົນຕີ ຫວຽນ​ຊວນ​ຟຸກ ພ້ອມ​ກັບ​ຄະນະ​ໄດ້​ມີ​ລາຍການ​ເຮັດ​ວຽກອັນ​ຮີບ​ດ່ວນ​ແລະຕໍ່​ເນື່ອງ​​​ດ້ວຍ​ການ​ເຄື່ອນ​ໄຫວ​ເກືອບ 50 ຢ່າງ. ທີ່​ປັກ​ກິ​່ງ, ທ່ານ​ ຫງວຽນ​ຊວນ​ຟຸກ ​​ແລະ ຄະນະ​ໄດ້​​ເຂົ້າ​ຢ້ຽມ​ຂຳ່ນັບ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຈີນ ສືຈີ້​ນຜິ​ງ, ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ ຫຼີ​ເຄີ​ຊຽນ ​ແລະ ພົບ​ປະ​ກັບ​ການ​ນຳ​ຂັ້ນ​ສູງ​ອື່ນໆ​ຂອງ​ຈີນ. ທ່ານ ຫງວຽນ​ຊວນ​ຟຸກ ​ໄດ້​ພົບ​ປະ​ກັບ​​ສະມາຄົມ, ອົງການ​ຈັດ​ຕັ້ງ​ມະຫາຊົນຫຼາຍ​ແຫ່ງ​ຂອງ​ຈີນ, ຜູ້ຕາງໜ້າ​ບັນດາ​ຄອບຄົວ​ອະດີດ​ເປັນ​ທີ່​ປຶກສາ ຈີນ ທີ່​ເຄີຍ​ເຂົ້າ​ຮ່ວມ​ກາ​ນຊ່ວຍ​ເຫຼືອ ຫວຽດນາມ ​ໃນ​ການ​ຕໍ່ສູ້…

        ​ໃນ​ການ​ພົບ​ປະ, ​ເຈລະຈາ​ຄັ້ງ​ຕ່າງໆ​ລະ​ຫວ່າງ ທ່ານ​ນາຍົກລັດຖະມົນຕີ ຫວຽນ​ຊວນ​ຟຸກ ກັບ​ການ​ນຳ​ຂັ້ນ​ສູງ ຈີນ, 2 ຝ່າຍ​ບັນລຸ​ໄດ້​ຄວາມ​ຮັບ​ຮູ້​ລວມຢ່າງກ້ວາງ​ຂວາງ​ກ່ຽວ​ກັບ​ເລື່ອງ​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດຮອບດ້ານ ຫວຽດນາມ  -ຈີນ​ເລິກ​ເຊິ່ງກວ່າ​ເກົ່າ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ປະຕິບັດ​ຂໍ​້ຕົກລົງ​ຫຼັກການ​ຊີ້​ນຳ​ແກ້​ໄຂ​ບັນດາ​ບັນຫາ​ບົນ​ທະ​ເລ ຫວຽດນາມ - ຈີນຢ່າງ​ເຂັ້ມ​ງວດ, ສືບ​ຕໍ່​ພ້ອມ​ກັບ​ບັນດາ​ປະ​ເທດ ອາ​ຊຽນ ປະຕິບັດ​ຖະ​ແຫຼ​ງການ​ວ່າ​ດ້ວຍ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງຮອບດ້ານ ​ແລະ ​ມີ​ປະສິດທິ​ຜົນ, ​ແກ້​ໄຂ​ການ​ຂັດ​ແຍ້​ງກັນດ້ວຍ​ສັນຕິ​ວິທີ​ບົນ​ພື້ນຖານ​ກົດໝາຍ​ສາກົນ. ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, 2ຝ່າຍ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ ຫວຽດນາມ - ຈີນ ​ເຊິ່ງລວມມີ 15 ຂໍ້​ກໍ່​ຄື​ເຊັນ​ເອກະສານ​ຮ່ວມ​ມື​ສຳຄັນ​ຫຼາຍ​ສະບັບ.

        ທີ່​ຮົງ​ກົງ, ທ່ານ​ນາຍົກລັດຖະມົນຕີ ຫວຽນ​ຊວນ​ຟຸກ ​ໄດ້​ພົບ​ປະ​ກັບ​ຫົວໜ້າ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ, ​ເລຂາທິການ​ໃຫຍ່​ອຳນາດ​ການ​ປົກຄອງ​ຮົງ​ດົງ.

        ທ່ານ​ນາຍົກລັດຖະມົນຕີ ຫວຽນ​ຊວນ​ຟຸກ ກໍ່​ໄດ້​ຕ້ອນຮັບ ​ແລະ ​ໂອ້​ລົມ​ກັບ​ພະນັກງານ, ພາລະ​ກອນ​ຂອງ​ສະຖານກົງສູນ​ໃຫຍ່ ຫວຽດນາມ ​ແລະ ຜູ້ຕາງ​ໜ້າ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່​ຮົງ​ກົງ, ມາ​ເກົາ. ທ່ານ​ນາຍົກລັດຖະມົນຕີ ຫວຽນ​ຊວນ​ຟຸກ ກໍ່​ໄດ້​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ດຳ​ເນີນ​ທຸລະ​ກິດ ​ແລະ ລົງທຶນ ຮົງ​ກົງ - ຫວຽດນາມ ​ແລະ ​ເປັນ​ສັກຂີ​ພິຍານ​ພິ​ທີ​ເຊັນ​ບັນດາ​ຂໍ​້ຕົກລົງ​ຮ່ວມ​ມື ​ແລະ ສັນຍາ​ການ​ຄ້າ​ລະຫວ່າງ​ບັນດາ​ວິ​ສາ​ຫະກິດ 2 ປະ​ເທດ​ດ້ວຍ​ມູນຄ່າ​ເກື​ອບ 10 ຕື້ USD.

ການ​ຢ້ຽມຢາມ​ຈີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ແມ່ນ​ກຳ​ລັງ​​ໃໝ່ໜູນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ເສດຖະກິດ, ການ​ຄ້າ​ລະຫວ່າງ 2 ປະ​ເທດ - ນັ້ນ​ແມ່ນຄຳ​ຢັ້ງຢືນ​ຂອງ​ທ່ານ​ຮອງ​ລັດຖະມົນຕີ ການ​ຕ່າງປະ​ເທ​ດ ຫວຽດນາມ ​ເລ​ຮ່ວາຍ​ຈູງ ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ກ່ຽວ​ກັບ​ໝາກຜົນ​ຂອງ​ການ​ຢ້ຽມຢາມ ຈີນ ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ. ​ທ່ານ​ຮອງ​ລັດຖະມົນຕີການ​ຕ່າງປະ​ເທ​ດ ຫວຽດນາມ ​ເລ​ຮ່ວາຍ​ຈູງ ​ເນັ້ນ​ໜັກ​ການ​ຢ້ຽມຢາມ​ຄັ້ງ​ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້ການ​ນຳ​ຂັ້ນ​ສູງ 2 ປະ​ເທດ​ແລກປ່ຽນ​ບັນດາ​ມາດ​ຕະການ​ຢ່າ​ງ​ເລິກ​ເຊິ່ງກ່ວາ ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ຊຸ​ກຍູ້​ບັນດາ​ຂົງ​ເຂດຮ່ວມ​ມືຢ່າງ​ແທ​ດຈິງ, ຄວບ​ຄຸມ​ຄວາມ​ບໍ່​ລົງ​ລອຍ​ກັນ​ບົນ​ທະ​ເລ​ເປັນ​ຢ່າງ​ດີ, ບໍ່​ປະ​ໃຫ້​ສົ່ງ​ຜົນ​ສະທ້ອນ​ເຖິງ​ສະພາບ​ແວດລ້ອມສັນຕິພາບ, ສະຖຽນ​ລະ​ພາບ ​ກໍ່​ຄື​ການ​ພັດທະນາ​ຂອງ​ກາ​ນພົວພັນ 2 ປະ​ເທດ.

 


ຂ່າວ/ບົດ​ອື່ນ