ນາຍົກລັດຖະມົນຕີຫງວຽນຊວນຟຸກຊົມເຊີຍຄະນະນັກກິລາຫວຽດນາມແຂ່ງຂັນເປັນຢ່າງດີຢູ່Olympic2016

ນາຍົກລັດຖະມົນຕີຫງວຽນຊວນຟຸກຊົມເຊີຍຄະນະນັກກິລາຫວຽດນາມແຂ່ງຂັນເປັນຢ່າງດີຢູ່Olympic2016 - ảnh 1
ນັກ​ກິລາ​ຍິງ​ປືນ ຮ່ວາງ​ຊວນ​ວີ​ງ

(vovworld) - ​ ​ໂດຍ​ໄດ້​ຮັບ​ຂ່າວ​ນັກ​ກິລາ​ຍິງ​ປືນ ຮ່ວາງ​ຊວນ​ວີ​ງ ສາມາດ​ຄ້ວາ​ໄດ້​ຫຼຽນ​ຄຳ​ຢູ່ Olympic 2016 ​ແລະ ​ໄດ້​ທຳລາ​ຍສະຖິຕິ Olympic, ທ່ານ​ນາຍົກ​ລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້​ສົ່ງ​ຈົດໝາຍຊົມ​ເຊີຍ​ຄະນະ​ນັກ​ກິລາ ຫວຽດນາມ, ພິ​ເສດ​ແມ່ນ​ນັກ​ກິລາ ຮ່ວາງ​ຊວນ​ວີ​ງ. ​​ໃນ​ຈົດໝາຍ, ທ່ານ​ນາຍົກ​ລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຕີ​ລາຄາ​ສູງ​ຜົນງານ​ຂອງ​ນັກ​ກິລາ ຮ່ວາງ​ຊວນ​ວີ​ງ ​ໄດ້ນຳ​ກຽດ​ສັກ​ສີມາໃຫ້​ປະ​ເທດ​ຊາດ. ທ່ານ​ນາຍົກ​ລັດຖະມົ​ນຕີ ຫງວຽນ​ຊວນ​ຟຸກ ຫວັງ​ວ່າ: ຄະນະ​ນັກ​ກິລາ ຫວຽດນາມ ສືບ​ຕໍ່​ເສີມ​ຂະຫຍາຍ​ໝາກຜົນ​ທີ່​ບັນລຸ​ໄດ້, ​ເຊີດ​ຊູ​ນ້ຳ​ໃຈ​ສາມັກຄີ, ພະຍາຍາມ​ສູ້​ຊົນ​ຍາດ​ໄດ້​ຜົນງານ​ສູງ​ສຸດ​ທີ່ Olympic 2016.

 

ຂ່າວ/ບົດ​ອື່ນ