ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບນາຍົກລັດຖະມົນຕີກຳປູເຈຍ

(VOVWORLD) -ວັນທີ 12 ຕຸລາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົບປະ 2 ຝ່າຍກັບທ່ານນາຍົກລັດຖະມົນຕີກຳປູເຈຍ Samdech Techo Hunsen ຢູ່ບາລີ, ປະເທດອິນໂດເນເຊຍ, ເນື່ອງໃນໂອກາດເຂົ້າຮ່ວມການພົບປະລະຫວ່າງບັນດາການນຳອາຊຽນ ແລະ ກອງປະຊຸມປະຈຳປີກອງທຶນເງິນຕາສາກົນ ແລະ ທະນາຄານໂລກ (IMF - WB).

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະແດງຄວາມຂອບໃຈຕໍ່ການຊີ້ນຳນຳພາຂອງທ່ານນາຍົກລັດຖະມົນຕີ Hunsen ໃນໄລຍະຜ່ານມາ ທີ່ໄດ້ໜູນຊ່ວຍ, ສ້າງເງື່ອນໄຂສະດວກເພື່ອໃຫ້ປະຊາຄົມຊາວ ກຳປູເຈຍ ເຊື້ອຊາດຫວຽດນາມ ມີໜັງສື, ທີ່ຕັ້ງພູມຊາດດ້ານກົດໝາຍຢ່າງຈະແຈ້ງ, ສ້າງເງື່ອນໄຂເພື່ອໃຫ້ພໍ່ແມ່ປະຊາຊົນຮັບປະກັນຊີວິດການເປັນຢູ່, ເຊື່ອມຕົວເຂົ້າກັບສັງຄົມກຳປູເຈຍ. 2 ຝ່າຍໄດ້ເຫັນດີສືບຕໍ່ເພີ່ມທະວີການຮ່ວມມື, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ, ມີບັນດາມາດຕະການສ້າງຄວາມສະດວກໃຫ້ແກ່ການຄ້າລະຫວ່າງ 2 ປະເທດ, ໃນນັ້ນຊຸກຍູ້ການລົງນາມໃນສັນຍາການຄ້າເຂດຊາຍແດນຫວຽດນາມ - ກຳປູເຈຍ ໂດຍໄວ. ສ່ວນທ່ານນາຍົກລັດຖະມົນຕີ Hunsen ຢືນຢັນວ່າ, ລັດຖະບານກຳປູເຈຍ ຈະສືບຕໍ່ນະໂຍບາຍສົ່ງເສີມ, ສ້າງຄວາມສະດວກໃຫ້ແກ່ບັນດາວິສາຫະກິດຫວຽດນາມ ທີ່ພວມລົງທຶນດຳເນີນທຸລະກິດຢູ່ກຳປູເຈຍ.

ຕອບກັບ

ຂ່າວ/ບົດ​ອື່ນ