ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບປະທານກຸ່ມບໍລິສັດ JA Solar – ຈີນ

ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບປະທານກຸ່ມບໍລິສັດ JA Solar – ຈີນ - ảnh 1
(ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ
ຕ້ອນຮັບປະທານກຸ່ມບໍລິສັດ JA Solar – ຈີນ)

(vovworld) - ​​ ​​​​​ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນ​ຮັບ​ທ່ານ ຈີນ​ບາວ​ຟາງ, ປະ​ທານ​ກຸ່ມ​ບໍ​ລິ​ສັດ JA Solar – ຈ​ີນ, ຖ​ືກ​ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 11/07, ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເນັ້ນ​ໜັກ​ວ່າ, ລັດ​ຖ​ະ​ບານ​ຫວຽດ​ນາມ ຕີ​ລາ​ຄາ​ສູງ​ໂຄງ​ການ​ລົງ​ທຶນ​ຜະ​ລິດ​ຖ່ານໄຟພະ​ລັງ​ງານແສງ​ຕາ​ເວັນ​ຂອງກຸ່ມ​ບໍ​ລິ​ສັດ JA Solar ເຂົ້າ​ຫວຽດ​ນາມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຊີ້​ແຈ້ງວ່າ, ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ບັນ​ດາ​ວິ​ສາ​ຫະ​ກິດ​ຈີນ ລົງ​ທຶນ​ເຂົ້າ​ຫວຽດ​ນາມ, ສະ​ນັ້ນ, ລັດ​ຖະ​ບານ​ຫວຽດ​ນາມ ແລະ ຈີນ ຕ້ອງ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ 2 ປະ​ເທດ​ລົງ​ທຶນ​ເຂົ້າ​ແຕ່​ລະ​ປະ​ເທດ. ຫວຽດ​ນາມ ມີ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ຢ່າງ​ສະ​ດວກ ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ລົງ​ທຶນ​ເຂົ້າ​ໃນ​ການ​ຜະ​ລິດ, ສົ່ງ​ອອກ​ສິນ​ຄ້າ​ໄປ​ສ​ູ່​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ໃນ​ສັ​ນ​ຍາ TPP. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເນັ້ນ​ໜັກ​ວ່າ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ແລະ ອົງ​ການ​ທີ່​ກ່ຽວ​ຂ້ອງ​ຂອງ​ຫວຽດ​ນາມ ຍາມ​ໃດ​ກໍ່​ສ້າງທຸກ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ກຸ່ມ​ບໍ​ລິ​ສັດ JA Solar ເວົ້າ​ສະ​ເພາະ, ບັນ​ດາ​ນັກ​ລົງ​ທຶນ​ເວົ້າ​ລວ​ມ ເຄື່ອນ​ໄຫວ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ​ສຳ​ເລັດ​​ຜົນຢູ່​ຫວຽດ​ນາມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາດ​ຖະ​ໜາ​ວ່າ, ກຸ່ມ​ບໍ​ລິ​ສັດຈະ​ບັ​ນ​ລຸຜົນ​ສຳ​ເລັດ​ກວ່າ​ ແລະ ລົງ​ທຶນ​ເຂົ້າ​ຫວຽດ​ນາມ ຢ່າງ​ແຮງກວ່າອີກ.

ຂ່າວ/ບົດ​ອື່ນ