ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບປະທານກຸ່ມບໍລິສັດ Lotte

(VOVWORLD) -ວັນທີ 04 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Shin Dong Bin, ປະທານກຸ່ມບໍລິສັດ Lotte.
ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບປະທານກຸ່ມບໍລິສັດ Lotte - ảnh 1 (ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບປະທານກຸ່ມບໍລິສັດ Lotte)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີປາດຖະໜາວ່າ, Lotte ຈະລົງທຶນເຂົ້າບັນດາໂຄງການຜະລິດຢູ່ຫວຽດນາມ, ພ້ອມທັງສະເໜີໃຫ້ກຸ່ມບໍລິສັດຊຸກຍູ້ການນຳ Lotte ສ.ເກົາຫຼີ ຍູ້ແຮງການຮ່ວມມື ແລະ ຊົມໃຊ້ສິນຄ້າຂອງຫວຽດນາມ, ໂດຍສະເພາະແມ່ນຜະລິດຕະພັນກະເສດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ, ຫວຽດນາມ ພວມປຸກລະດົມຂະບວນການເລີ່ມຕົ້ນທຸລະກິດ ແລະ ປາດຖະໜາວ່າ Lotte ຈະຮ່ວມມື, ຊຸກຍູ້ຂະບວນການນີ້ຢູ່ຫວຽດນາມ, ພ້ອມກັນນັ້ນ, ສະເໜີໃຫ້ Lotte ສ້າງກອງທຶນເລີ່ມຕົ້ນທຸລະກິດໃຫ້ແກ່ຊາວໜຸ່ມຢູ່ຫວຽດນາມ.

        ໂດຍສະແດງຄວາມເຫັນດີຕໍ່ແນວຄວາມຄິດຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານປະທານກຸ່ມບໍລິສັດ Lotte ຢືນຢັນວ່າ, ຈະຜັນຂະຫຍາຍການສ້າງກອງທຶນເລີ່ມຕົ້ນທຸລະກິດໃຫ້ແກ່ຊາວໜຸ່ມຢູ່ຫວຽດນາມ ໃຫ້ປະກົດຜົນເປັນຕົວຈິງໂດຍໄວ. ທ່ານ Shin Dong Bin ໃຫ້ຮູ້ວ່າ, ການຢ້ຽມຢາມຫວຽດນາມ ຄັ້ງນີ້ຂອງທ່ານແມ່ນເພື່ອແນໃສ່ຊຸກຍູ້ຄວາມຄືບໜ້າບັນດາໂຄງການຂອງ Lotte ທີ່ລົງທຶນຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ