ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບປະທານກຸ່ມບໍລິສັດSunwah,ຮົງກົງ,ປະເທດຈີນ

ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບປະທານກຸ່ມບໍລິສັດSunwah,ຮົງກົງ,ປະເທດຈີນ - ảnh 1
​ທ່ານ Jonathan Choi ແລະ ທ່ານ ຫງວຽນ​ຊວນ​ຟຸກ
(ພາບ:

(vovworld) – ຕອນ​ບ່າຍ​ວັນ​ທີ 21/4, ​ໃນ​ການ​ຕ້ອນຮັບ​ທ່ານ Jonathan Choi, ປະທານ​ກຸ່ມ​ບໍລິສັດ Sunwah, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ: ລັດຖະບານ ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ພວມ​ຕັດສິນ​ໃຈ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ດຳ​ເນີນ​ທຸ​ລະ​ກິດ, ສ້າງ​ເງື່ອນ​ໄຂ​ສະດວກ​ກ່ວາ​ອີກ​​ໃຫ້​ແກ່​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ​​ເຂົ້າ​ມາ​​ເຄື່ອນ​ໄຫວຜະລິດ​ດຳ​ເນີນ​ທຸລະ​ກິດ​ຢູ່ ຫວຽດນາມ. ທ່ານ​ນາຍົກລັດຖະມົນ​ຕີ ຕີ​ລາຄາ​ສູງ​ບັນດາ​ການ​ເຄື່ອນ​ໄຫວ​ລົງທຶນ​ຢ່າງ​ມີ​ປະສິດທິ​ຜົນ​ຂອງ​ກຸ່ມ​ບໍລິສັດ Sunwah ​ເຂົ້າ​ ຫວຽດນາມ ​ໃນ​ຊຸມ​ປີຜ່ານມາ. ທ່ານ​ ຫງວຽນ​ຊວນ​ຟຸກ ສະ​ເໜີ​ໃຫ້​ທ່ານ Jonathan Choi ​ເພີ່ມ​ທະວີ​ບັນດາລາ​ຍການ​, ​ໂຄງການ​ລົງທຶນ​ເຂົ້າ ຫວຽດນາມ ຫຼາຍກ່ວາ​ອີກ, ຖື ຫວຽດນາມ ​ແມ່ນ​ສະຖານ​ທີ່​ລົງທຶນ​ສຳຄັນ​​ແຖວ​ໜ້າ​ເພື່ອ​ເປີດ​ກ້ວາງ​ການ​ລົງທຶນ.

        ສ່ວນ​ທ່ານປະທານ​ກຸ່ມ​ບໍລິສັດ Sunwah Jonathan Choi ຢັ້ງຢືນ​ຈະ​ສືບ​ຕໍ່​ຍູ້​ແຮງ​ການ​ຮ່ວມ​ມື, ລົງທຶນ​ໃນ​ບັນດາ​ຂົງ​ເຂດ​ຊຶ່ງ​ກຸ່ມ​ບໍລິສັດ​ມີ​ທ່າ​​ແຮງ​ກັບ ຫວຽດນາມ ​ແລະ ສືບຕໍ່ຮ່ວມ​ມື​ກັບ​ບັນດາ​ມະຫາວິທະຍາ​ໄລ ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ.


ຂ່າວ/ບົດ​ອື່ນ