ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບປະທານກຸ່ມບໍລິສັດTCC,ໄທ

ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບປະທານກຸ່ມບໍລິສັດTCC,ໄທ - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ຕ້ອນຮັບ​ທ່ານ ຈະ​ເຣີນ ສິຣິວັດ​ນະ​ພັກດີ

(vovworld) – ​ ຕອນ​ບ່າຍ​ວັນ​ທີ 08/07 ທີ່​ການ​ຕ້ອນຮັບ​ທ່ານ ຈະ​ເຣີນ ສິຣິວັດ​ນະ​ພັກດີ ປະທານ​ກຸ່ມ​ບໍລິສັດ​ ໄທ ຈະ​ເຣີນ ດອນ​ເມີ​ຊຽນ (TCC), ​ໄທ ທີ່​ພວມ​ມີ​ການ​ເຮັດ​ວຽກ​ຢູ່ ຫວຽດ​ນາມ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ປາດ​ຖະໜາ​ວ່າ: TCC ສືບ​ຕໍ່​ລົງທຶນ​ເຂົ້າ ຫວຽດນາມ ຫລາຍ​ກ່ວາ​ອີກ​, ປະກອບ​ເຂົ້າ​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ​​ໄທ. ​ເພື່ອ​ບັນລຸ​ໄດ້​ຈຸດໝາຍ​ຮອດ​ປີ 2020, ວົງ​ເງິນການ​ຄ້າ​ລະຫວ່າງ 2 ປະ​ເທດ ຫວຽດນາມ - ​ໄທ ​ແມ່ນ 20 ຕື້ USD, ທ່ານ​ນາຍົກລັດຖະມົນຕີ ຖື​ວ່າ: ບົດບາດ​ຂອງບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ແລະ ​ໄທ ​ແມ່ນ​ສຳຄັນ​ທີ່​ສຸດ, ​ໃນ​ນັ້ນ ມີ​ກຸ່ມ​ບໍລິສັດ TCC. ທ່ານ​ນາຍົກລັດຖະມົນຕີສະ​ເໜີ​ວ່າ​: ກຸ່ມ​ບໍລິສັດ TCC ຍູ້​ແຮງການ​ນຳ​ເອົາ​ບັນດາ​ຜະ​ລິດ​ຕະພັນ​ກະ​ເສດ, ສິນ​ໃນ​ນ້ຳ, ສິນ​ທະ​ເລ​ຂອງ ຫວຽດນາມ ມາ​ຈຳໜ່າຍ​ໃນລະບົບ​ຮ້ານ​ຊັບ​ພະ​ສິນຄ້າ BigC ​ແລະ ບັນດາ​ລະບົບ​ຂາຍຍ່ອຍ​ອື່ນໆ​ຂອງ​ກຸ່ມ​ບໍລິສັດ​ຢູ່ ຫວຽດນາມ ກໍ​ຄື​ຢູ່​ໄທ ​ແລະ ​ໃນ​ພາກ​ພື້ນ. ທ່ານ​ນາຍົກລັດຖະມົນຕີ ຊີ້​ແຈ້ງວ່າ: ລັດຖະບານ ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ດຳ​ເນີນ​ທຸລະ​ກິດຢ່າງ​​ສະດວກ​ໃຫ້​ບັນດາ​ນັກ​ລົງທຶນ, ​ໃນ​ນັ້ນ ມີ​ບັນດາ​ນັກ​ລົງທຶນ ​ໄທ, ນຳ ຫວຽດນາມ ​ເຂົ້າ​ໃນ​ກຸ່ມ​ປະ​ເທດ​ແຖວ​ໜ້າ​ກ່ຽວ​ກັບ​ສະພາບ​ແວດລ້ອມ​ແຫ່ງ​ການ​ລົງທຶນ​ສະດວກ​ໃນ ອາ​ຊຽນ.

        ສ່ວນ​ທ່ານ ຈະ​ເຣີນ ສິຣິວັດ​ນະ​ພັກດີ ກໍ່ປາດ​ຖະໜາ​ຢາກ​ໄດ້ຮັບ​ການ​ໜູນ​ຊ່ວຍ​ຈາກ ລັດຖະບານ ​ແລະ ບັນດາ​ກະຊວງ, ຂະ​ແໜງ​ການ​ຂອງ ຫວຽດນາມ ​ໃນ​ວິວັດ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ.

 

ຂ່າວ/ບົດ​ອື່ນ