ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຜູ້ອຳນວຍການຝ່າຍບໍລິຫານເວທີປາໄສເສດຖະກິດໂລກ(WEF)

ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຜູ້ອຳນວຍການຝ່າຍບໍລິຫານເວທີປາໄສເສດຖະກິດໂລກ(WEF) - ảnh 1
ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຜູ້ອຳນວຍການຝ່າຍບໍລິຫານເວທີປາໄສເສດຖະກິດໂລກ(WEF)

(vovworld) – ທີ່​ການ​ຕ້ອນຮັບທ່ານ Philipp Rosler, ຜູ້ອຳນວຍການ​ຝ່າຍບໍລິຫານ​​ເວທີ​ປາ​ໄສ​ເສດຖະກິດ​ໂລກ (WEF) ​ໃນ​ຕອນ​ບ່າຍ​ວັນ​ທີ 25/4, ທີ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ, ຢັ້ງຢືນ​ວ່າ: ຫວຽດນາມ ຖື​ເປັນ​ສຳຄັນ​ເສດຖະກິດ​ພາກ​ເອກະ​ຊົນ​ແມ່ນ​ກຳລັງ​ໜູູນຂອງ​ການ​ພັດທະນາ. ລັດຖະບານ ຫວຽດນາມ ກຳນົດ​ນີ້​ແມ່ນ​ໜ້າ​ທີ່​ຈຸດ​ສຸມ​ເພື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ພາກສ່ວນ​ເສດຖະກິດ​ສຳຄັນ​ນີ້. ​​ເມື່ອ​ເນັ້ນ​ໜັກ​ເຖິງ​ຄວາມ​ໝາຍ​ຂອງ​ກອງ​ປະຊຸມ WEF ​ແມ່​ຂອງຢູ່ ຫວຽດນາມ ປີ 2016, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ກັບ​ທ່ານ Philipp Rosler, ຜູ້ອຳນວຍການ​ຝ່າຍບໍລິຫານ​ເວທີ​ປາ​ໄສ​ເສດຖະກິດ​ໂລກ ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເພື່ອ​ປະກອບສ່ວນ​ຈັດ​ຕັ້ງ​ກອງ​ປະຊຸມທີ່​ມີ​ຂອບ​ຂະໜາດ​ໃຫຍ່​ນີ້​​ໃຫ້ບັນ​ລຸ​ຜົນສຳ​ເລັດ.

        ສ່ວນ​ທ່ານ Philipp Rosler, ຜູ້ອຳນວຍການຝ່າຍ​ບໍລິຫານ​ ​ເວທີ​ປາ​ໄສ​ເສດຖະກິດ​ໂລກ ຢັ້ງຢືນ​ວ່າ: WEF ຍາມ​ໃດ​ກໍ​ປາດ​ຖະໜາ ​ແລະ ພ​້ອມ​ແລ້ວ​ທີ່​ຈະຊ່ວຍ​ເຫຼືອ, ໜູນ​ຊ່ວຍ ຫວຽດນາມ ​ໃນ​ການ​ປະຕິບັດ​ບັນດາຈຸດໝາຍ​ເສດຖະກິດ - ສັງຄົມ.


ຂ່າວ/ບົດ​ອື່ນ