ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບລັດຖະມົນຕີກະຊວງເສດຖະກິດ, ການສຶກສາ,ການຄົ້ນຄ້ວາສະວິດ

ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບລັດຖະມົນຕີກະຊວງເສດຖະກິດ, ການສຶກສາ,ການຄົ້ນຄ້ວາສະວິດ - ảnh 1
ທ່ານ​ນາງ Marie Gabrielle Ineichen ແລະ ທ່ານ ຫງວຽນ​ຊວນ​ຟຸກ 
(ພາບ: Thống Nhất-TTXVN)

(vovworld) – ຕອນ​ບ່າຍ​ວັນ​ທີ 11/10, ຢູ່​ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາງ Marie Gabrielle Ineichen, ລັດ​ຖະ​ມົນ​ຕີ, ຫົວ​ໜ້າ​ຄະ​ນະ​ກຳ​ມາ​ທິ​ການ​ແຫ່ງ​ລັດ​​ກ່ຽວ​ກັບ​ເສດ​ຖະ​ກິດ, ກະ​ຊວງ​ເສດ​ຖະ​ກິດ, ການ​ສຶກ​ສາ, ການ​ຄົ້ນ​ຄ້​ວາ​ສະ​ຫະ​ພັນ​ສະ​ວິດ.  ທີ່​ການ​ຕ້ອນ​ຮັບ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຊີ້​ແຈ້ງວ່າ: ຫວຽດ​ນາມ ພວມ​ຍູ້​ແຮງ​ການປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ, ດັ່ງ​ນັ້ນ, ຫວຽດ​ນາມ ຊົມ​ເຊີຍ​ບັນ​ດາ​ວິ​ສາ​ຫະ​ກິດ​ ສະ​ວິດ​ເປີດ​ກ້​ວາງ​ການ​ລົງ​ທຶນ ແລະ ລົງ​ທຶນ​ໃໝ່, ພິ​ເສດ​ແມ່ນ​ກ່ຽວ​ກັບ​ຂົງ​ເຂດ​ທີ່ ສະ​ວິດ​ມີ​ທ່າ​ແຮງຄື: ການ​ບໍ​ລິ​ການ, ການ​ເງິນ - ທະ​ນາ​ຄານ, ​ການປະ​ກັນ​ໄພ, ເຕັກ​ໂນ​ໂລຢ​ີ​ສູງ…

        ສ່ວນ​ທ່ານ​ນາງ Marie Gabrielle Ineichen ໃຫ້​ຮູ້​ວ່າ: ວິ​ສາ​ຫະ​ກິດ ສະ​ວິດ ເອົາ​ໃຈ​ໃສ່​ເຖິງ​ຕະຫຼາດ ຫວຽດ​ນາມ ທີ່​ສຸດ ແລະ ຫວຽດ​ນາມ ກໍ່​ແມ່ນ​ສະ​ຖານ​ທີ່​​ດຶງ​ດູດ​ນັກ​ທ່ອງ​ທ່ຽວສະ​ວິດ. ທ່ານ​ນາງ Marie Gabrielle Ineichen ຢັ້ງ​ຢືນ​ວ່າ: ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ທີ່ ສະ​ວິ​ດ​ ຖື​ເປັນ​ຈຸດ​ສຸມ​ໃນ​ການ​ພົວ​ພັນ​ຢູ່ ອາ​ຊີ. ຈຸດ​ໝາຍ​ສຳ​ຄັນ​ຂອງ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຄັ້ງ​ນີ້​ຂອງ​ທ່ານ​ນາງ​ແມ່ນ​ຊຸກ​ຍູ້​ການ​ເຈ​ລະ​ຈາ FTA ລະ​ຫວ່າງ ຫວຽດ​ນາມ ແລະ ກຸ່ມ​ການ​ຄ້າ​ເສ​ລີ ເອີ​ລົບ​.


ຂ່າວ/ບົດ​ອື່ນ