ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບລັດຖະມົນຕີກະຊວງໂຄງລ່າງແລະຄົມມະນາຄົມຂົນສົ່ງອີຕາລີ

ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບລັດຖະມົນຕີກະຊວງໂຄງລ່າງແລະຄົມມະນາຄົມຂົນສົ່ງອີຕາລີ - ảnh 1
ທ່ານ Graziano Delrio ແລະ ທ່ານ ຫງວຽນ​ຊວນ​ຟຸກ 

(vovworld) – ​ທີ່​ການ​ຕ້ອນຮັບ​ທ່ານ​ລັດຖະມົນຕີ​ກະຊວງ​ໂຄງ​ລ່າງ ​ແລະ ຄົມມະນາຄົມ​ຂົນ​ສົ່ງ ອີ​ຕາ​ລີ Graziano Delrio ​ໃນ​ຕອນ​ບ່າຍ​ວັນ​ທີ 26/9, ທີ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ເນັ້ນ​ໜັກ​ວ່າ: ລັດຖະບານ ຫວຽດນາມ ສະໜັບສະໜູນ​ບັນດາ​ວິ​ສາ​ຫະກິດ ອີ​ຕາ​ລີ ສ້າງ​ແຜນການ​ດຳ​ເນີນ​ທຸລະ​ກິດ​​ໄລຍະຍາວ​ ​ແລະ ຜັນ​ຂະຫຍາຍ​ບັນດາ​ໂຄງການ​ທີ່ມີ​ປະສິດທິ​ຜົນ​ຢູ່ ຫວຽດນາມ, ພິ​ເສດ​ແມ່ນ​ບັນດາ​ຂົງ​ເຂດ​ທີ່ ອີ​ຕາ​ລີ ມີ​ທ່າ​ແຮງ ​ແລະ ຫວຽດນາມ ມີ​ຄວາມ​ຕ້ອງການ​ຄື​ເຄື່ອງ​ກົນ​ຈັກ, ປຸງ​ແຕ່ງ, ຕຳ່​ແຜ່ນ​ຕັດ​ຫຍິບ, ​ເກີບໜັງ… ທ່ານ​ນາຍົກລັດຖະມົນຕີ ສະ​ເໜີ​ໃຫ້ 2 ຝ່າຍ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ວິ​ສາ​ຫະກິດ 2 ປະ​ເທດ​ເຂົ້າ​ຮ່ວມ​ບັນດາ​ໂຄງການ​ພື້ນຖານ​ໂຄງ​ລ່າງ​ຄົມ​ມະນະ​ຄົມ​ຕາມ​ຮູບ​ແບບ​ຄູ່​ຮ່ວມ​ມື​ພາກ​ລັດ - ​​ເອກະ​ຊົນ (PPP), ຊອກ​ຮູ້​ກາລະ​​ໂອ​ກາດຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດຄື: ການ​ຄຸ້ມ​ຄອງ, ການ​ຂຸດ​ຄົ້ນ​ທ່າ​ກຳ່​ປັ່ນ​ທະ​ເລ, ພັດທະນາ​ພື້ນຖານ​ໂຄງ​ລ່າງ ​ແລະ ການ​ບໍລິການ​ທ່າ​ກຳ່​ປັ່ນ​ທະ​ເລ, ບໍລິການ logistics… ທ່ານ​ນາຍົກລັດຖະມົນຕີ ກໍ່​ສະ​ເໜີ ອີ​ຕາ​ລີ ຕັ້ງ​ໜ​້າຊຸກຍູ້ ອີ​ຢູ ຈະ​ລົງ​ນາມ ​ແລະ ​ໃຫ້​ສັດຕະຍາບັນ​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ອີ​ຢູ (EVFTA) ​ໂດຍ​ໄວກໍ່​ຄື​ຮັບ​ຮູ້ ຫວຽດນາມ ມີ​ກົດ​ລະບຽບ​ເສ​ດຖະກິດ​ການ​ຕະຫຼາດ. ສິ່ງ​ດັ່ງກ່າວ​ຈະ​ປະກອບສ່ວນ​ຊຸກ​ຍູ້​ການພົວພັນ​ຮ່ວມ​ມື​ສະ​ເໝີ​ພາບ ​ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດລະຫວ່າງ ຫວຽດນາມ ​ແລະ ອີ​ຢູ.

        ສ່ວນ​ທ່ານ ​ລັດຖະມົນຕີ​ກະຊວງ​ໂຄງ​ລ່າງ ​ແລະ ຄົມມະນາຄົມ​ຂົນ​ສົ່ງ ອີ​ຕາ​ລີ Graziano Delrio ​ໃຫ້​ຮູ້​ວ່າ: ລັດຖະບານ ອີ​ຕາ​ລີ ກໍ່​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ຮັກສາ​ກົນ​ໄກ​ ​ເດີນ​ເຮືອ, ການບິນດ້ວຍ​ຕົນ​ເອງ, ຮັບປະກັນ​ກາ​ນແລກປ່ຽນດ້ານ​ການ​ຄ້າ, ພັດທະນາ​​ເສດຖະກິດ​ທົ່ວ​ໂລກ. ອີ​ຕາ​ລີ ປາດ​ຖະໜາ​ຢາກ​ຍູ້​​ໄວ​ບັນດາ​ໂຄງການຮ່ວມ​ມື​ກັບ ຫວຽດນາມ ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ການບິນ ​ແລະ ທາງ​ລົດ​ໄຟ.


ຂ່າວ/ບົດ​ອື່ນ