ນາຍົກລັດຖະມົນຕີຫງວຽນຊວັນຟຸກຕ້ອນຮັບລັດຖະມົນຕີການຕ່າງປະເທດ ເກັນຢາ ແລະ ຫົວໜ້າອົງການທະຫານພິທັກແຫ່ງສະຫະພັນລັດເຊຍ

(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ສະເໜີໃຫ້ບັນດາກະຊວງ, ຂະແໜງການຂອງ 2 ປະເທດຕັ້ງໜ້າໃນການເຈລະຈາ, ກ້າວໄປເຖິງການລົງນາມໃນເອກະສານສະບັບຕ່າງໆ

ນາຍົກລັດຖະມົນຕີຫງວຽນຊວັນຟຸກຕ້ອນຮັບລັດຖະມົນຕີການຕ່າງປະເທດ ເກັນຢາ ແລະ ຫົວໜ້າອົງການທະຫານພິທັກແຫ່ງສະຫະພັນລັດເຊຍ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບທ່ານນາງ Minica Juma

(ພາບ: TTXVN)

ຕອນບ່າຍວັນທີ 03 ທັນວາ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານນາງ Minica Juma, ລັດຖະມົນຕີການຕ່າງປະເທດສ. ເກນຢາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ສະເໜີໃຫ້ບັນດາກະຊວງ, ຂະແໜງການຂອງ 2 ປະເທດຕັ້ງໜ້າໃນການເຈລະຈາ, ກ້າວໄປເຖິງການລົງນາມໃນເອກະສານສະບັບຕ່າງໆ ເພື່ອແນໃສ່ສ້າງນິຕິກຳທີ່ສະດວກໃຫ້ແກ່ການເປີດກວ້າງການຮ່ວມມືໃນທຸກຂົງເຂດ. ຫວຽດນາມ ປາດຖະໜາຢາກໄດ້ຕ້ອນຮັບປະທານາທິບໍດີ Kenya ໃນໄລຍະຈະມາເຖິງ ແລະ ເກັນຢາ ຈັດສົ່ງຄະນະວິສາຫະກິດມາຫວຽດນາມ ເພື່ອຊອກຫາກາລະໂອກາດທຳມາຄ້າຂາຍ, ຊຸກຍູ້ການຮ່ວມມື. ທ່ານນາຍົກລັດຖະມົນຕີສະເໜີໃຫ້ 2 ຝ່າຍຕັ້ງໜ້າ ແລະ ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ພາກພື້ນ ແລະ ສາກົນ; ສະເໜີໃຫ້ Kenya ສະໜັບສະນູນຊຸກຍູ້ເລື່ອງຫວຽດນາມ ສ້າງຕັ້ງການພົວພັນກັບບັນດາປະເທດສະຫະພາບອາຟະລິກາ (AU)… ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວເຊື່ອມຕໍ່ເພື່ອໃຫ້ ເກັນຢາ ສຳພັດ ແລະ ເປີດກວ້າງການຮ່ວມມືກັບບັນດາປະເທດອາຊຽນ.

        ແລະກໍ່ໃນຕອນບ່າຍວັນດຽວກັນ, ທີ່ການຕ້ອນຮັບທ່ານພົນເອກ Zolotov Victor Vasilyevich, ຫົວໜ້າອົງການທະຫານພິທັກແຫ່ງສະຫະພັນລັດເຊຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ປາດຖະໜາວ່າ, ສະຫະພັນລັດເຊຍ ສະໜັບສະໜູນທັດສະນະ ແລະ ຫຼັກໝັ້ນຂອງຫວຽດນາມ ສຳລັບບັນຫາທະເລຕາເວັນອອກ; ສະໜັບສະໜູນຫວຽດນາມ ປະຕິວັດບົດບາດປະທານອາຊຽນ ປີ 2020 ໃຫ້ເປັນຢ່າງດີ. ທ່ານນາຍົກລັດຖະມົນຕີ ກໍ່ປາດຖະໜາວ່າ ອົງການທະຫານພິທັກແຫ່ງສະຫະພັນລັດເຊຍ ແລະ ກະຊວງຕຳຫຼວດຫວຽດນາມ ຮ່ວມມືກັນໃນບັນດາຂົງເຂດປ້ອງກັນ, ຕ້ານການກໍ່ການຮ້າຍ, ບັນດາອາດຊະຍາກຳ…

ຕອບກັບ

ຂ່າວ/ບົດ​ອື່ນ