ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບເອກອັກຄະລັດຖະທູດສ.ເຊັກໂກເຂົ້າຢ້ຽມອຳລາ

ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບເອກອັກຄະລັດຖະທູດສ.ເຊັກໂກເຂົ້າຢ້ຽມອຳລາ  - ảnh 1
ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບເອກອັກຄະລັດຖະທູດສ.ເຊັກໂກເຂົ້າຢ້ຽມອຳລາ

(vovworld) –  ​ຕອນ​ບ່າຍ​ວັນ​ທີ 5/1, ​ທີ່​ການ​ຕ້ອນ​ຮັບ​ທ່ານ Martin Klepetko, ເອກ​ອັກ​ຄະ​ລັດ​ຖະ​ທູດ ສ. ເຊ​ັກ​ໂກ ປະ​ຈຳ ຫວຽດ​ນາມ ເຂົ້າ​ຢ້ຽມ​ອຳ​ລາ​ເນື່ອງ​ໃນ​ໂອ​ກາດສິ້ນ​ສຸດ​ໜ້າ​ທີ່​ການ​ທູດຢູ່ ຫວຽດ​ນາມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ຊ​ີ້​ແຈ້ງວ່າ ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ອັນ​ດີ​ງາມ​ລະ​ຫວ່າງ 2 ປະ​ເທດ​ໃນຫຼາຍ​ທົດ​ສະ​ວັດ​ທີ່​ຜ່ານ​ມາ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ສະ​ເໜີ​ວ່າ: ໃນໄລ​ຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຄວນ​ຊຸກ​ຍູ້​ການ​ພົວ​ພັນ​ດ້ານ​ການ​ຄ້າ, ການ​ລົງ​ທຶນ ແລະ ຫວຽດ​ນາມ ຈະ​ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ ເຊັກ​ໂກ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ປາດ​ຖະ​ໜາວ່າ 2 ປະ​ເທດ​ຍູ້​ແຮງ​ການ​ພົວ​ພັນ​ທາງ​ການ​ທູດ, ວັດ​ທະ​ນະ​ທຳ​ ແລະ ສ້າງ​ຕັ້ງ​ສາຍ​ການ​ບິນ​ໂດຍ​ກົງ​  ປ​ຣາ​ຮາ - ຫວຽດ​ນາມ.

        ສ່ວນ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Martin Klepetko ຖື​ວ່າພື້ນ​ຖາ​ນ​ເສດ​ຖະ​ກິດ ຫວຽດ​ນາມ ໄດ້​ເປີດ​ກ້​ວາງ, ນັກ​ທຸ​ລະ​ກິດ ເຊັກ​ໂກ ຕີ​ລາ​ຄາ​ສູງ​ສະ​ພາບ​​ແວດ​ລ້ອມ​ແຫ່ງການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ​ຢູ່ ຫວຽດ​ນາມ. ສ. ເຊັກ​ໂກ ​ປາດ​ຖະ​ໜາ​ຢາກ​ໃຫ້ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ - ອີ​ຢູ ໄດ້ຮັບ​ການ​ຜັນ​ຂະ​ຫຍາຍ​ໂດຍ​ໄວ, ເປັນ​ພື້ນ​ຖານ​ເພື່ອ​ເພີ່ມ​ທະ​ວີ​ວົງ​ເງິນ​ການ​ຄ້າລະ​ຫວ່າງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ