ນາຍົກລັດຖະມົນຕີຫງວຽນຊວັນຟຸກຖະຫວາຍທູບທຽນບູຊາອາໄລຫາບັນດາການນຳພັກ,ລັດ

(VOVWORLD) -ເນື່ອງໃນໂອກາດບຸນເຕັດປີສະຫຼູ 2021, ຕອນບ່າຍວັນທີ 02 ກຸມພາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ຖະຫວາຍທູບທຽນບູຊາອາໄລຫາບັນດາອະດີດການນຳພັກ, ລັດ.
ນາຍົກລັດຖະມົນຕີຫງວຽນຊວັນຟຸກຖະຫວາຍທູບທຽນບູຊາອາໄລຫາບັນດາການນຳພັກ,ລັດ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຖະຫວາຍທູບທຽບອາໄລຫາທ່ານອະດີດເລຂາທິການໃຫຍ່ ເລຢວນ
(ພາບ: TTXVN)

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຖະຫວາຍທູບທຽບອາໄລຫາທ່ານອະດີດເລຂາທິການໃຫຍ່ ເລຢວນ; ທ່ານເລຂາທິການໃຫຍ່ ເຈື່ອງຈິງ; ທ່ານເລຂາທິການໃຫຍ່ ເລຂາຟຽວ; ທ່ານນາຍົກລັດຖະມົນຕີ ແລະ ປະທານສະພາລັດຖະມົນຕີ ຟ້າມວັນດົ່ງ.

        ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຖະຫວາຍທູບທຽບອາໄລຫາທ່ານພົນເອກ ຫວໍງວຽນຢ໊າບ, ເຊິ່ງແມ່ນພົນເອກຜູ້ທຳອິດຂອງກອງທັບປະຊາຊົນຫວຽດນາມ, ຜູ້ທີ່ມີຊື່ສຽງຕິດພັນກັບໄຊຊະນະອັນຍິ່ງໃຫຍ່ໃນການຕໍ່ສູ້ 2 ຄັ້ງຕ້ານພວກລ່າເມືອງຂຶ້ນຝລັ່ງ ແລະ ຈັດກະພັດອາເມລິກາ, ຕິດພັນກັບພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ