ນາຍົກລັດຖະມົນຕີຫງວຽນຊວັນຟຸກຖະຫວາຍທູບທຽນບູຊາອາໄລຫາບັນດາການນຳພັກ,ລັດ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ໄປຖະຫວາຍທູບທຽນບູຊາອາໄລຫາທ່ານປະທານສະພາແຫ່ງລັດ ຫວໍຈິ໊ກົງ, ນັກປະຕິວັດທີ່ໄດ້ເຂົ້າຮ່ວມການເຄື່ອນໄຫວຊາວໜຸ່ມກອມມູນິດ
ນາຍົກລັດຖະມົນຕີຫງວຽນຊວັນຟຸກຖະຫວາຍທູບທຽນບູຊາອາໄລຫາບັນດາການນຳພັກ,ລັດ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ໄປຖະຫວາຍທູບທຽນບູຊາອາໄລຫາທ່ານເລຂາທິການໃຫຍ່ຂອງພັກກອມມູນິດຫວຽດນາມ ຫງວຽນວັນລຶນ
(ພາບ: VGP)

ເນື່ອງໃນໂອກາດບຸນເຕັດປີສະຫຼູ 2021, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ໄດ້ໄປຖະຫວາຍທູບທຽນຕາມປະເພນີມູນເຊື້ອຂອງຊາດຫວຽດນາມ ອາໄລຫາບັນດາການນຳພັກ, ລັດ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ໄປຖະຫວາຍທູບທຽນບູຊາອາໄລຫາທ່ານປະທານສະພາແຫ່ງລັດ ຫວໍຈິ໊ກົງ, ນັກປະຕິວັດທີ່ໄດ້ເຂົ້າຮ່ວມການເຄື່ອນໄຫວຊາວໜຸ່ມກອມມູນິດ; ຖະຫວາຍທູບທຽນບູຊາອາໄລຫາທ່ານເລຂາທິການໃຫຍ່ຂອງພັກກອມມູນິດຫວຽດນາມ ຫງວຽນວັນລຶນ; ຖະຫວາຍທູບທຽນບູຊາອາໄລຫາທ່ານປະທານປະເທດ ເລດຶກແອັງ.

        ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ໄປຖະຫວາຍທູບທຽນບູຊາອາໄລຫາທ່ານປະທານສະພາລັດຖະມົນຕີຜູ້ທຳອິດຂອງຍຸກສະໄໝປ່ຽນແປງໃໝ່ ຟ້າມຮຸ່ງ; ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ໄປຖະຫວາຍທູບທຽນບູຊາອາໄລຫາທ່ານນາຍົກລັດຖະມົນຕີ ຫວໍວັນກຽດ, ຜູ້ນຳໜ້າລັດຖະບານນັບແຕ່ປີ 1991 – 1997; ຖະຫວາຍທູບທຽນບູຊາອາໄລຫາທ່ານນາຍົກລັດຖະມົນຕີ ຟານວັນຂາຍ.

        ທ່ານນາຍົກລັດຖະມົນຕີກໍໄດ້ໄປຢ້ຽມຢາມຫໍອະນຸສອນສະຖານ ແລະ ຖະຫວາຍທູບທຽນບູຊາອາໄລຫາທະນາຍຄວາມ ຫງວຽນຮິວເທາະ, ຮັກສາການປະທານປະເທດ - ຮອງປະທານປະເທດຜູ້ທຳອິດຂອງປະເທດຫວຽດນາມ ເອກະລາດ - ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ