ນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບຄະນະຜູ້ແທນອະດີດນັກຮົບແນວຮົບໄຕງວຽນ

(VOVWORLD) -ຕອນບ່າຍວັນທີ 24 ເມສາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການພົບປະກັບຄະນະຜູ້ແທນ ພົນທະຫານ, ນາຍທະຫານ, ນັກຮົບເກົ່າຄະນະຕິດຕໍ່ແນວຮົບໄຕງວຽນ ທະຫານເຂດ 3, 60 ຄົນ.

ນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບຄະນະຜູ້ແທນອະດີດນັກຮົບແນວຮົບໄຕງວຽນ - ảnh 1ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບຄະນະຜູ້ແທນອະດີດນັກຮົບແນວຮົບໄຕງວຽນ

(ພາບ: TTXVN)

ກ່າວຄຳເຫັນທີ່ການພົບປະ, ໂດຍຕາງໜ້າໃຫ້ພັກ, ລັດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະແດງຄວາມຮູ້ບຸນຄຸນ ແລະ ຕີລາຄາສູງບັນດາການປະກອບສ່ວນ, ການເສຍສະຫຼະອັນໃຫຍ່ຫຼວງຂອງບັນດານັກຮົບ ທີ່ສູ້ເຂົ້າຮ່ວມການຕໍ່ສູ້ຢູ່ແນວຮົບ ໄຕງວຽນ, ທະຫານເຂດ 3; ພ້ອມທັງປາດຖະໜາວ່າ ຄະນະຕິດຕໍ່ພົວພັນ ສືບຕໍ່ເອົາໃຈໃສ່ໂຄສະນາສຶກສາມູນເຊື້ອ, ຄຸນສົມບັດຂອງການປະຕິວັດນ້ຳໃຈຮັກຊາດໃຫ້ລຸ້ນໜຸ່ມ; ຮ່ວມແຮງຮ່ວມໃຈເບິ່ງແຍງດູແລຊີວິດທາງດ້ານວັດຖຸ ແລະ ຈິດໃຈ, ສະແດງຄວາມຮູ້ບຸນແທນຄຸນບັນດາຄອບຄົວນະໂຍບາຍ, ທະຫານເສຍອົງຄະ…

ຕອບກັບ

ຂ່າວ/ບົດ​ອື່ນ