ນາຍົກ​ລັດຖະມົນຕີ​ຫງວຽນ​ຊວນ​ຟຸກພົບ​ປະ​ກັບ​ທີ່​ປຶກສາ​ແຫ່ງ​ລັດ,ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ມຽນມາ

ນາຍົກ​ລັດຖະມົນຕີ​ຫງວຽນ​ຊວນ​ຟຸກພົບ​ປະ​ກັບ​ທີ່​ປຶກສາ​ແຫ່ງ​ລັດ,ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ມຽນມາ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ພົບ​ປະ​ກັບ​ທີ່​ປຶກສາ​ແຫ່ງ​ລັດ
ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ມຽນມາ Aung San Suu Kyi
(ພາບ: VGP/QuangHieu)

(vovworld) - ​ ​ ຕອນ​ເຊົ້າ​ວັນ​ທີ 07/09 ຢູ່​ນອກ​ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ ຄັ້ງ​ທີ 28 – 29 ​ແລະ ບັນ​ດາກ​ອງປະຊຸມ​ທີ່​ກ່ຽວຂ້ອງ​ຢູ່​ນະຄອນຫລວງ ວຽງ​ຈັນ ປະ​ເທດ ລາວ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ພົບ​ປະ​ກັບ​ທີ່​ປຶກສາ​ແຫ່ງ​ລັດ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ມຽນມາ Aung San Suu Kyi. ທີ່​ການ​ພົບ​ປະ, ທ່ານນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຢັ້ງຢືນ​ວ່າ: ລັດຖະບານ 2 ປະ​ເທດ ຖື​ເປັນ​ສຳຄັນ​ການ​ຮັກສາ​ ​ແລະ ພັດທະນາ, ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫລາຍ​ດ້ານ​ລະຫວ່າງ 2 ປະ​ເທ​ດ ຫວຽດນາມ - ມຽນມາ ກ່ວາ​ອີກ​, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ, ປະກອບສ່ວນ​ເຂົ້າ​ໃນ​ການ​ຮ່ວມ​ມື ​ແລະ ສາມັກຄີ ອາ​ຊຽນ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ຮ່ວມ​ມື​ຂອງ​ພາກພື້ນ​; ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ຝ່າຍ ມຽນມາ ສືບ​ຕໍ່ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ວິສາ​ຫະກິດ ຫວຽດນາມ ​ເຂົ້າລົງທຶນ, ​ເປີດ​ກ້ວາງ​ດຳ​ເນີນ​ທຸລະ​ກິດ​ຢູ່ ມຽນມາ, ​ເປັນ​ຕົ້ນ​ແມ່ນ​​ໃນ​ບັນ​ດາ​ຂົງ​ເຂດ ອະສັງຫາລິມະ​ຊັບ, ທະນາຄານ, ​ໂທລະ​ຄົມມະນາຄົມ, ການບິນ, ບໍ່​ແຮ່, ການທ່ອງທ່ຽວ ​ແລະ ກະສິກຳ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ຂອບ​ເຂດ ອາ​ຊຽນ ​ແລະ ທີ່​ບັນດາ​ເວທີ​ປາ​ໄສ​ໃນ​ພາກ​ພື້ນ ​ແລະ ສາກົນ, ຍົກ​ສູງ​ຄວາມ​ສາມັກຄີ ອາ​ຊຽນ, ຮັກສາ​ບົດບາດ​ໃຈກາງຂອງ ອາ​ຊຽນ ປະກອບ​ສວ່ນ​ເຂົ້າ​ໃນ​ການ​ຊຸກຍູ້​ທ່າ​ອ່ຽງສັນຕິພາບ, ການ​ຮ່ວມ​ມື ​ແລະ ພັດທະນາ ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ.

ຂ່າວ/ບົດ​ອື່ນ