ນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບທ່ານປະທານາທິບໍດີObama

ນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບທ່ານປະທານາທິບໍດີObama - ảnh 1
ການພົບປະລະຫວ່າງ 2 ຝ່າຍ
(ພາບ: Quang Hiếu)

(vovworld) – ​ດັ່ງທີ່​ໄດ້​ໃຫ້​ຂ່າວ​ໄປ​ແລ້ວ, ວັນ​ທີ 23/5, ຢູ່ ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ຕ້ອນຮັບ​ທ່ານ​ປະທານາທິບໍດີ Barack Obama ພວມ​ຢ້ຽມຢາມ ຫວຽດນາມ ​ແຕ່​ວັນ​ທີ 23 – 25/5. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ແລະ ທ່ານ​ປະທານາທິບໍດີ Barack Obama ​ໄດ້​ທົບ​ທວນຄືນ ​ແລະ ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​ຕໍ່ບັນດາ​ຄວາມ​ຄືບ​ໜ້າ​ຢ່າງ​ແທດ​ຈິງ​ໃນ​ການ​ພົວພັນ 2 ປະ​ເທດ​ນັບ​ແຕ່​ເມື່ອ​ສ​້າງຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ (2013), ພິ​ເສດ​​ແມ່ນໃນ​ຂົງ​ເຂດ​ເສດຖະກິດ - ການ​ຄ້າ - ການ​ລົງທຶນ, ການ​ສຶກສາ, ສາທາລະນະ​ສຸກ, ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ ​ແລະ ພົວພັນ​ແລກປ່ຽນ​ປະຊາຊົນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ແລະ ທ່ານ​ປະທານາທິບໍດີ Obama ກໍ່​ໄດ້​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ເພີ່​ມທະວີ​ການ​ພົວພັນ​ຮ່ວມ​ມື​ຄູ່​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ອາ​ເມ​ລິ​ກາ, ​ໃນ​ນັ້ນ​ບຸລິມະສິດ​ຊຸກ​ຍູ້​ການ​ຮ່ວມ​ມື​ພັດທະນາ​​ເປັນ​ຈຸດ​ສຸມ ​ແລະ ກຳລັງ​ໜູນ​ຂອງ​ການ​ພົວພັນ​ໃນ​ໄລຍະ​ຈະ​ມາ​ເຖິງ.

        ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ໃຫ້ ອາ​ເມ​ລິ​ກາ ຮັບ​ຮອງກົດ​ລະບຽບ​ເສດຖະກິ​ດການ​ຕະຫຼາດ​ຂອງ ຫວຽດນາມ ​ໂດຍ​ໄວ, ​ເປີດ​ປະຕູ​ຕະຫຼາດ​ໃຫ້​ແກ່​ສິນຄ້າ ຫວຽດນາມ​ ກ່ວາ​ອີກ, ​ເພີ່ມ​ທະວີ​ການ​ລົງທຶນ​ໂດຍ​ກົງ​ເພື່ອ​ກາຍ​ເປັນ​ນັກ​ລົງທຶນ​ໃຫຍ່​ສຸດ​ຂອງ ຫວຽດນາມ, ໜູນ​ຊ່ວຍ​ຮັບ​ມື​ກັບ​ການ​ປ່ຽນ​​ແປງ​ຂອງ​ດິນ​ຟ້າ​ອາກາດ​, ພິ​ເສດ​ແມ່ນຢູ່​ເຂດທົ່ງພຽງ​ແມ່​ນຳ້ຂອງ ​ແລ​ະ ໜູນ​ຊ່ວຍ ຫວຽດນາມ ຈັດ​ຕັ້ງ APEC 2017 ສຳ​ເລັດຜົນ, ຊຸກຍູ້​ການ​ພົວພັນ​ແລກປ່ຽນ​ປະຊາຊົນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຢັ້ງ​ຢືນ​ບົດບາດສຳຄັນ ​ແລະ ການ​ປະກອບສ່ວນ​ຕັ້ງໜ້າ​ຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ອາ​ໄສ​ຢູ່ ອາ​ເມ​ລິ​ກາ ​ໃນ​ການ​ຊຸກຍູ້​ການ​ພົວພັນ 2 ຝ່າຍ ​ແລະ ສະ​ເໜີ​ໃຫ້ ອາ​ເມ​ລິ​ກາ ສ້າງ​ເງື່ອນ​ໄຂ​ໃຫ້​ປະຊາ​ຄົມ​​ພັດທະນາ ​ແລະ ປະກອບສ່ວນ​ຫຼາຍກ່ວາ​ອີກ​ໃຫ້​ແກ່​ການ​ພົວພັນ 2 ປະ​ເທ​ດ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ກໍ່​ຢັ້ງຢືນ​ຄືນ​ໃໝ່​ວ່າ: ຫວຽດນາມ ຈະ​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ ພິຈາລະນາ​​ໃຫ້​ສັດຕະຍາບັນ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ ປາຊີ​ຟິກ (TPP). ທ່ານ​ປະທານາທິບໍດີ Obama ຢັ້ງຢືນ​ວ່າ: ອາ​ເມ​ລິ​ກາ ປາດ​ຖະໜາ​ຢາກສ້າງ​ຕັ້ງ​ການ​ພົວພັນ​ມິດຕະພາບ ​ແລະ ຍາວ​ນານ​ກັບ ຫວຽດນາມ ບົນ​ພື້ນຖານ​ເຄົາລົບ​ລະບອບ​ການ​ເມືອງ​ຂອງ​ກັນ ​ແລະ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ. ທ່ານ​ປະທານາທິບໍດີ Obama ​ເນັ້ນ​ໜັກ​ວ່າ: TPP ​ແມ່ນ​ສັນ​ຍາ​ການ​ຄ້າ​ທີ່ມີ​ຄຸນ​ນະພາ​ບສູງ​ຂອງ​ສະຕະວັດ​ທີ 21, ຢັ້ງຢືນ​ຄວາມ​ຕັດສິນ​ໃຈ​ຊຸກຍູ້ການຮັບຮອງ​ເອົາ​ສັນຍາ​ນີ້​ໃນ​ປີ 2016.

        ການ​ນຳ 2 ທ່ານ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ສະພາບ​ການ​ພາກ​ພື້ນ, ​ໃນ​ນັ້ນ​ມີ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ບັນດາ​ການ​ທ້າ​ທາຍ​ຈາ​ກຄວາມ​ໝັ້ນຄົງ​ບໍ່​ເຄີຍ​ມີ​ມາກ່ອນ ທີ່ພວມ​ພົ້ນ​ເດັ່ນ​ມີ​ຜົນ​ສະທ້ອນ​ເຖິງ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ຮ່ວມ​ມື​ພັດທະນາ​ຂອງ​ພາກ​ພື້ນ ​ແລະ ​ໂລກ, ຢັ້ງຢືນ​ຫຼັກການ​ເຄົາ​ລົບກົດ​ບັດ ສປຊ, ກົດໝາຍ​ສາກ​ົນ​ໃນ​ການ​ຮ່ວມ​ມື ​ແລະ ​ແກ້​ໄຂ​ບັນດາ​ບັນຫາ​ພາກ​ພື້ນ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ນຳ​ກັນວ່າ: ການ​ຂັດ​ແຍ້​ງກັນ​ບົນ​ທະ​ເລ​ຕາ​ເວັນ​ອອກ ຕ້ອງ​ໄດ​້​ຮັບ​ການ​ແກ້​ໄຂ​​ໂດຍ​ສັນຕິ​ວິທີ, ບົນ​ພື້ນຖານ​ກົດໝາຍ​ສາກົນ, ຮັບປະກັນ​ຄວາມ​ເສລີ ​ແລະ ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ, ການບິນ, ບໍ່​ນຳ​ໃຊ້​ກຳລັງ​ອາວຸດ.

                                                                           


ຂ່າວ/ບົດ​ອື່ນ