ນາຍົກລັດຖະມົນຕີຫງວຽນຊວນຟຸກພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ທອງ​ລຸນ ສີ​ສຸ​ລິດ

(VOVWORLD) -ຕອນບ່າຍວັນທີ  4 ເມສາ, ຕາມເວລາຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ນໍາໜ້າຄະນະຜູ້ແທນຫວຽດນາມ ໄປຮອດສະໜາມບິນສາກົນ ຊຽມຣຽບ, ແຫ່ງລາຊະອານາຈັກ ກຳປູເຈຍ, ເລີ່ມຕົ້ນການເຄື່ອນໄຫວເຂົ້າຮ່ວມກອງປະຊຸມສຸດຍອດ ຄະນະກຳມາທິການ ແມ່ນ້ຳຂອງສາກົນ ຄັ້ງທີ 3
ນາຍົກລັດຖະມົນຕີຫງວຽນຊວນຟຸກພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ທອງ​ລຸນ ສີ​ສຸ​ລິດ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ  ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ

ຕອນບ່າຍວັນທີ  4 ເມສາ, ຢູ່ນອກ ກອງປະຊຸມສຸດຍອດ ຄະນະກຳມາທິການ ແມ່ນ້ຳຂອງສາກົນ ຄັ້ງທີ 3, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ແຫ່ງ ສປປ.ລາວ ທອງລຸນ ສີສຸລິດ. ທີ່ການພົບປະ, ນາຍົກລັດຖະມົນຕີ ທັງ 2 ທ່ານ ໄດ້ເຫັນດີນຳກັນວ່າ ໃນໄລຍະທີ່ຈະມາເຖິງ, 2 ຝ່າຍຄວນຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນດາການຢ້ຽມຢາມກັນຂອງການນຳຂັ້ນສູງ 2 ປະເທດ ແລະ ໝາກຜົນກອງປະຊຸມຮ່ວມມືທະວີພາຄີລະຫວ່າງລັດຖະບານຫວຽດນາມ ແລະ ລັດຖະບານລາວ, 2 ຝ່າຍນຳສະເໜີບັນດາວິທີການແກ້ໄຂບຸກທະລຸເພື່ອຍົກສູງປະສິດທິຜົນການຮ່ວມມືລະຫວ່າງ 2 ປະເທດໃນປີ 2018, ຊຸກຍູ້ຜັນຂະຫຍາຍບັນດາເນື້ອໃນໃນສັນຍາຮ່ວມມືລາວ-ຫວຽດນາມໄລຍະ 2016-2020.

      ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ສະເໜີທ່ານນາຍົກ ລັດຖະມົນຕີລາວ ທອງລຸນ ສີສຸລິດ ຈົ່ງເອົາໃຈໃສ່, ສ້າງເງື່ອນໄຂຊຸກຍູ້ການລົງທຶນຂອງບັນດາວິສາຫະກິດຫວຽດນາມຢູ່ລາວ; ເອົາໃຈໃສ່ຊີ້ນຳການປະຕິບັດສັນຍາວ່າດ້ວຍການຮ່ວມມມືທາງດ້ານແຮງງານ, ຊຸກຍູ້ການຫັນລະບຽບການເປັນງ່າຍດາຍ, ຫຼຸດຜ່ອນຄ່າທຳນຽມອອກບັດແຮງງານ່, ສ້າງເງື່ອນໄຂໃຫ້ຊາວຫວຽດນາມອາໄສຢູ່ລາວເຂົ້າສັນຊາດລາວ, ພ້ອມທັງສ້າງເງື່ອນໄຂສ້າງຕັ້ງສະມາຄົມຊາວຫວຽດນາມຢູ່ບາງແຂວງຂອງລາວ. 

ຕອບກັບ

ຂ່າວ/ບົດ​ອື່ນ