ນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບຜູ້ມີສິດເລືອກຕັ້ງນະຄອນຫາຍ​ຟ່​ອງ

ນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບຜູ້ມີສິດເລືອກຕັ້ງນະຄອນຫາຍ​ຟ່​ອງ - ảnh 1
ທ່ານ ຫງວຽນ​ຊວນ​ຟຸກ ຢ​້ຽມ​ຢາມ​ເຂດ​ອຸດ​ສາ​ຫະ​ກຳ​ສູງ ຫວີງ​ບ໋າວ
(ພາບ: nhandan)

(vovworld) - ​ຕອນ​ເຊົ້າ​ວັນ​ທີ 5/10, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ແລະ ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ນະ​ຄອນ ຫາຍ​ຟ​່ອງ ໄດ້​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ຫວີງ​ບ໋າວ, ແຂວງ ຫາຍ​ຟ່ອງ. ຜູ້​ມີ​ສິດ​ເລືອກໄດ້​ຕີ​ລາ​ຄາ​ສູງ​ເລື່ອງ ລັດ​ຖະ​ບານ​ໄດ້​ປະ​ຕິ​ບັດ​ສຳ​ເລັດ 11/13 ມາດ​ຖານ​ເສດ​ຖະ​ກິດ - ສັງ​ຄົມ​ທີ່​ສະ​ພາ​ແຫ່ງ​ຊາດມອບ​ໝາຍ​ໃຫ້​ໃນ​ປີ 2016. ​ຜູ້​ມີ​ສິດ​ເລືອກ​ຕັ້ງ ເຫັນ​ດີ​ເຫັນ​ພ້ອມ ແລະ ສະ​ໜັບ​ສະ​ໜູນທ​ັດ​ສະ​ນະ​ກໍ່​ສ້າງ​ລັດ​ຖະ​ບານ​​ສັດ​ຊື່​ບໍ​ລິ​ສຸດ, ​ປັບ​ປຸງ​ໃຫ້​ກ້າວ​ໜ້າ, ເຄື່ອນ​ໄຫວ​ຢ່າ​ງ​ເດັດ​ຂາດ​ເພື່ອ​ຮັບ​ໃຊ້​ວິ​ສາ​ຫະ​ກິດ ແລະ ປະ​ຊາ​ຊົນ​.

        ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽ​ນ​ຊວນ​ຟຸກ ໄດ້​ແຈ້ງ​ໃຫ້​ຜູ້​ມີ​ສິດ​ເລືອກເມືອງ ຫວີງບ໋າວ ບັນ​ດາ​ຈຸດ​ໃໝ່​ກ່ຽວ​ກັບ​ສະ​ພາບ​ການ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ​ປະ​ເທດ​ຊາ​ດ​ໃນ​ໄລ​ຍ​ະ​ຜ່ານ​ມາ. ຕາມນັ້ນ​ແລ້ວ, ເຖິງວ່າ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ​ໂດຍ​ໄພ​ພິ​ບັດ​ທຳ​ມະ​ຊາດ ແລະ ຜົນ​ສະ​ທ້ອນ​ຈາກ​ສະ​ພາບ​ການ​ເສດ​ຖະ​ກິດ​ໂລກ​ກໍ່​ຕາມ, ແຕ່​ເບິ່ງ​ລວມ​ແລ້ວ, ເສດ​ຖະ​ກິດ - ສັງ​ຄົມ​ຂອງ​ປະ​ເທດ​ຊາດ​ສືບ​ຕໍ່​ມີ​ການ​ຫັນ​ປ່ຽນ​ຕັ້ງ​ໜ້າ​ໃນ​ຂົງ​ເຂດ​ເກືອບ​ທັງ​ໝົດ. ເສດ​ຖະ​ກິດ​ມະ​ຫາ​ພາກ​ສືບ​ຕໍ່​ເປັນ​ປົກ​ກະ​ຕິ, ໄພ​ເງິນ​ເຟີ້​ໄດ້​ຮັບ​ການ​ຄວບ​ຄຸມ. ການ​ເຕີບ​ໂຕ GDP ໃນ​ໄຕ​ມາດ​ທີ 3 ເພີ່ມ​ຂຶ້ນ​ຢ່າງ​ແຮງ​ເມື່ອ​ທ​ຽບ​ໃສ່ 2 ​ໄຕ​ມາດ​ກ່ອນ (ບັນ​ລຸ 6,4%), 9 ເດືອ​ນ​ບັນ​ລຸ 5,93%, ໄພ​ເງິນ​ເຟີ້​ຢູ່​ໃນ​ລະ​ດັບ​ປອດ​ໄພ, ປະ​ມານ 4% ຕ່ຳ​ກ່​ວາ​ລະ​ດັບ 5% ທີ່​ສະ​ພາ​ແຫ່ງ​ຊາດ​ໄດ້​ວາງ​ອອກ.


ຂ່າວ/ບົດ​ອື່ນ