ນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະສອງຝ່າຍຢູ່ນອກກອງປະຊຸມສຸດຍອດຈີ7ເປີດກວ້າງ

ນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະສອງຝ່າຍຢູ່ນອກກອງປະຊຸມສຸດຍອດຈີ7ເປີດກວ້າງ - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ
​ພົບ​ປະ​ກັບ​ທ່ານ Ban Kimoon

(vovworld) - ຕອນ​ບ່າຍ​ວັນ​ທີ 26/5, ​ເນື່ອງ​ໃນ​ໂອກາດ​ຢ້ຽມຢາມ ຍີ່ປຸ່ນ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ ຈີ7 ​ເປີດ​ກວ້າງ​ຢູ່ Mie, ຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ​ໄດ້​ມີ​ການ​ພົບ​ປະ​ສອງ​ຝ່າຍ​ກັບ​ປະທານາທິບໍດີ Sri Lanka, ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ (ສປຊ), ຜູ້ອຳນວຍການ​ໃຫຍ່​ກອງ​ທຶນ​ເງິນຕາ​ສາກົນ (IMF), ທ່ານ​ເລຂາທິການ​ໃຫຍ່​ອົງການ OECD ​ແລະ ການ​ນຳ​ແຂວງ Aichi, ພ້ອມ​ກັບ​ວິ​ສາ​ຫະກິດ​ຈຳນວນ​ໜຶ່ງ​ຂອງ ຍີ່ປຸ່ນ.

        ​ເມື່ອ​ເຈລະຈາ​ກັບທ່ານ  Maithripala Sirisena, ປະທານາທິບໍດີ Sri Lanka, ສອງ​ຝ່າຍ​ໄດ້​ເປັນ​ເອກະສັນ​ເພີ່ມ​ທະວີ​ການ​ພົວພັນ​ສອງ​ປະ​ເທດ, ຊຸກຍູ້​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ຈັດ​ຕັ້ງ ​ແລະ ​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ບັນດາ​ກົນ​ໄກ​ຮ່ວມ​ມື​ສອງ​ຝ່າຍ​ທີ່​ມີ​ຢູ່​ແລ້ວ​, ສົມທົບ​ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ​ສາກົນ, ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ, ​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ບັນດາ​ອົງການ​ມິດຕະພາບ​ສອງ​ປະ​ເທດ.

        ທີ່​ການ​ພົບ​ປະ​ກັບ​ທ່ານ Ban Kimoon, ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ຢືນຢັນ​ວ່າ, ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ​ເຂົ້າ​ຮ່ວມ​ບັນດາ​ຄວາມ​ມານະ​ພະຍາຍາມ​ລວມຂອງ ສປຊຢ່າງ​ຕັ້ງໜ້າ, ​ເພື່ອ​ໂລກ​ສັນຕິພາບ​ແລະ ການ​ພັດທະນາ​ຢ່າງ​ໝັ້ນຄົງ; ​ເພີ່ມ​ທະວີ​ການ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ ສປຊ, ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ສະມາຊິກ​ຢູ່​ອົງການ ສປຊ ຄື​ສະພາ​ມະນຸດສະທຳ, ສະພາ​ເສດຖະກິດ​ສັງຄົມ. ສ່ວນທ່ານ Ban Kimoon, ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ, ກໍ່​ຕີ​ລາຄາ​ສູງ​ການ​ປະກອບສ່ວນ​ຕ່າງໆ​ຂອງ ຫວຽດນາມ ​ແລະ ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ສປຊ ຍາມ​ໃດ​ກໍ່​ພ້ອມ​ແລ້ວ​ທີ່​ຈະ​ຊ່ວຍ​ເຫຼືອ ​ເພື່ອ​ໃຫ້ ຫວຽດນາມສາມາດ​ເສີມ​ຂະຫຍາຍ ​ແລະ ຍົກ​ສູງ​ບົດບາດ​ຂອງ​ຕົນ​ກວ່າ​ອີກ ​ໃນ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ ສປຊ. ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ເລຂາທິການ​ໃຫຍ່ ສປຊ ​ໄດ້​ເຕື້ອງ​ຄືນ​ຫຼັກ​ໝັ້ນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຕົນ​ແມ່ນ​ສະໜັບສະໜູນ​ເລື່ອງ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ດ້ວຍ​ສັນຕິ​ວິທີ, ​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982.

        ​ໃນ​ການ​ພົບ​ປະ​ກັບ​ທ່ານ Angel Gurria, ເລຂາທິການ​ໃຫຍ່​ອົງການຮ່ວມ​ມື ​ແລະ ພັດທະນາ​ເສດຖະກິດ (OECD), ທ່ານນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ຢືນຢັນ​ວ່າ, ຫວຽດນາມ​ຖື​ເປັນ​ສຳຄັນ​ການ​ຮ່ວມ​ມື​ກັບ OECD ນັບ​ທັງ​ໃນ​ຂອບ​ເຂດ​ສອງ​ຝ່າຍ ​ແລະ ຫຼາຍ​ຝ່າຍ. ທ່ານ​ນາຍົກລັດຖະມົນຕີສະ​ເໜີ OECD ສືບ​ຕໍ່​ຮ່ວມ​ມື, ໜູນ​ຊ່ວຍ​ ຫວຽດນາມ​ໃນ​ຂົງ​ເຂດ​ຈຳນວນ​ໜຶ່ງຢ່າງ​ແທດ​ຈິງ, ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ປະຕິ​ຮູບ​ດ້ານ​ເສດຖະກິດ, ຍົກ​ສູງ​ປະສິດທິ​ຜົນ​ການ​ເຊື່ອມ​ໂຍງ​ກັບ​ສາກົນ. ສ່ວນ​ທ່ານ​ເລຂາທິການ​ໃຫຍ່ OECD ກໍ່​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ຊ່ວຍ​ເຫຼືອ ຫວຽດນາມ​ໃນ​ບັນດາ​ຂົງ​ເຂດ​ເຊັ່ນ: ກໍ່ສ້າງ​ຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ, ໜູນ​ຊ່ວຍ ຫວຽດນາມ​ຮັບ​ບົດບາດ​ເປັນ​ປະ​ເທດ​ເຈົ້າພາບ​ຈັດ​ຕັ້ງ APEC 2017 ​ໃຫ້ສຳ​ເລັດ​ຜົນ.

        ທີ່​ການ​ຕ້ອນຮັບ​ທ່ານ​ນາງ Christine Largrade, ຜູ້ອຳນວຍການ​ຝ່າຍ​ບໍລິຫານ ກອງ​ທຶນ​ເງິນຕາ​ສາກົນ IMF, ທ່ານນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ປາຖະໜາ​ວ່າຈະ​ສືບ​ຕໍ່​ໄດ້​ຮັບ​ການ​ສະໜັບສະໜູນ ​ແລະ ຄຳ​ປຶກສາ​ນະ​ໂຍບາຍ​ຂອງ IMF​ ໃນ​ການ​ຮັກສາສະຖຽນ​ລະ​ພາບ​ທາງ​ເສດຖະກິດ​ ​ແລະ ການ​ປະຕິ​ຮູບດ້ານ​ເສດຖະກິດ. ຕາງໜ້າ​ໃຫ້ IMF, ທ່ານ​ນາງ Christine Largrade ກໍ່​ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ປະຕິ​ຮູບ​ເຊິ່ງ ຫວຽດນາມ​ໄດ້​ດຳ​ເນີນ​ໃນ​ໄລຍະ​ຜ່ານ​ມາ. ຖື​ວ່າ, ຫວຽດນາມ​ໄດ້​ປະສົບ​ຜົນສຳ​ເລັດ​ໃນ​ການ​ນຳ​ໃຊ້​ຮູບ​ແບບ​ເສດຖະກິດ​ການ​ຕະຫຼາດ​ຕາມ​ກຳນົດ​ທິດ​ສັງຄົມ​ນິຍົມ​ຢ່າງ​ມີ​ປະສິດທິ​ຜົນ.

        ​ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ທີ 26/5, ທ່ານນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Hideaki Omura, ຜູ້​ວ່າການ​ແຂວງ Aichi, ຍີ່ປຸ່ນ; ທ່ານ Hiroyuki Ishige, ປະທານ​ອົງການ​ສົ່ງ​ເສີມ​ດ້ານ​ການ​ຄ້າ ຍີ່ປຸ່ນ (JETRO), ທ່ານ

Shinichiro Ito, ປະທານ​ບໍລິສັດ​ການບິນ ANA Holding Inc. ທີ່​ການ​ພົບ​ປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ຢືນຢັນ​ວ່າ, ລັດຖະບານ ຫວຽດນາມ​ຈະ​ສືບ​ຕໍ່​ປັບປຸງ​ນະ​ໂຍບາຍ​ກົດໝາຍ ​ເພື່ອ​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​​ເປັນ​ປົກກະຕິ, ອຳນວຍ​ຄວາມ​ສະດວກ ​ແລະ ​ໂປ່​ງ​ໄສ​ກວ່າ​ອີກ​ໃຫ້​ບັນດາ​ນັກ​ລົງທຶນ, ພິ​ເສດ​ແມ່ນ​ເພື່ອ​ບັນດາ​ວິ​ສາ​ຫະກິດ ຍີ່​ປຸ່ນອຸ່ນ​ອ່ຽນ​ໃຈ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ຍາວ​ນານ​ຢູ່ ຫວຽດນາມ.

ຂ່າວ/ບົດ​ອື່ນ