ນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະເຈລະຈາກັບການນຳຂັ້ນສູງລາວ

(VOVWORLD) -ໃນຂອບເຂດກອງປະຊຸມຄັ້ງທີ 40 ຄະນະກຳມະການຮ່ວມທະວີພາຄີລະຫວ່າງລັດຖະບານຫວຽດນາມ - ລາວ, ຕອນບ່າຍວັນທີ 05 ກຸມພາ, ຢູ່ນະຄອນຫຼວງວຽງຈັນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ແລະ ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ.

ນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະເຈລະຈາກັບການນຳຂັ້ນສູງລາວ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພົບປະເຈລະຈາກັບ

ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ

(ພາບ: VGP)

ທີ່ການພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ, ພັກ, ລັດ, ລັດຖະບານ ແລະ ປະຊາຊົນຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ສະຫງວນບຸລິມະສິດສູງສຸດໃຫ້ແກ່ການປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານກັບລາວ, ຖືນີ້ແມ່ນຊັບສົມບັດອັນລ້ຳຄ່າ, ກົດເກັນແຫ່ງຄວາມເປັນຕາຍສຳລັບພາລະກິດປະຕິວັດຂອງ 2 ຊາດຫວຽດນາມ - ລາວ. ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງ 2 ປະເທດໃນປີຜ່ານມາໃນການສຸມໃສ່ແກ້ໄຂບັນດາຄວາມຫຍຸ້ງຍາກ, ສືມຕໍ່ນຳການພົວພັນຮ່ວມມືລະຫວ່າງ 2 ປະເທດໃຫ້ເຂົ້າສູ່ລວງເລິກ ແລະ ບັນລຸປະສິດທິຜົນຢ່າງແທດຈິງ, ພິເສດແມ່ນເລື່ອງ 2 ປະເທດຈັດກອງປະຊຸມຄັ້ງທີ 40 ຄະນະກຳມະການຮ່ວມທະວີພາຄີຫວຽດນາມ - ລາວ ສຳເລັດຜົນນັບແຕ່ຕົ້ນປີ; ເຊື່ອໝັ້ນວ່າ, ນີ້ຈະແມ່ນພື້ນຖານເພື່ອໃຫ້ 2 ຝ່າຍປະຕິບັດສຳເລັດແຜນການຮ່ວມມືລະຫວ່າງ 2 ລັດຖະບານໃນປີ 2018 ແລະ ສັນຍາຮ່ວມມື 2 ຝ່າຍຫວຽດນາມ - ລາວ ໄລຍະ 2016 – 2020.

        ທີ່ການພົບປະເຈລະຈາກັບທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ 2 ຝ່າຍສືບຕໍ່ປັບປຸງ ແລະ ພັດທະນາການພົວພັນດ້ານການເມືອງ, ການທູດ; ການຮ່ວມມືກັນຢ່າງແໜ້ນແຟ້ນກ່ຽວກັບດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ກໍ່ສ້າງເສັ້ນຊາຍແດນຫວຽດນາມ - ລາວ ສັນຕິພາບ, ສະຖຽນລະພາບ ແລະ ພັດທະນາຢ່າງຮອບດ້ານ. ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ ໄດ້ຕີລາຄາສູງຜົນສຳເລັດຂອງປີສາມັກຄີມິດຕະພາບຫວຽດນາມ - ລາວ 2017.

        ຕໍ່ຈາກນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ໄປຢື້ຢາມຖາມຂ່າວ, ລະດົມກຳລັງໃຈ, ມອບຂອງຂວັນໃຫ້ພະນັກງານ, ນັກວິສາວະກອນ, ຄົນງານຢູ່ກິດຈະກຳກໍ່ສ້າງສຳນັກງານສະພາແຫ່ງຊາດຫຼັງໃໝ່ຂອງລາວ.

        ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເດີນທາງກັບເມືອປະເທດ, ສິ້ນສຸດການເຂົ້າຮ່ວມ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 40 ຄະນະກຳມະການຮ່ວມທະວີພາຄີຫວຽດນາມ - ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ