ນາຍົກລັດຖະມົນຕີຫງວຽນຊວນຟຸກຢື້ຢາມຖາມຂ່າວປະຊາຊົນແຂວງດັກລັກ

ນາຍົກລັດຖະມົນຕີຫງວຽນຊວນຟຸກຢື້ຢາມຖາມຂ່າວປະຊາຊົນແຂວງດັກລັກ - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢື້ຢາມຖາມຂ່າວແມ່ ຫວຽດນາມ ວິລະຊົນ ເລທິແບ໋

(vovworld) – ​ ຕອນ​ບ່າຍ​ວັນ​ທີ 19/6, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ລົງ​ຢື້ຢາມ​ຖາມ​ຂ່າວ, ລະ​ດົມ​ກຳລັງ​ໃຈ​ພໍ່​ແມ່​ປະຊາຊົນ​ບ້ານ H’Đơk, ຕາ​ແສງ Eakao, ນະຄອນ ບວນມາ​ທວ​ດ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ຍ້ອງຍໍ​ຊົມ​ເຊີຍ​ບັນດາ​ຄວາ​ມມານະ​ພະຍາຍາມ​ຂອງ​ອຳນາດ​ການ​ປົກຄອງ, ພໍ​ແມ່​ປະຊາຊົນ​ຊົນ​ເຜົ່າ​ຢູ່​ຕາ​ແສງ Eakao.

        “ຂ້າພະ​ເຈົ້າ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຍ້ອນ​ພວກ​ເຮົາ​ມີ​ລະບົບ​ການ​ເມືອງ​ເປັນ​ຢ່າງ​ດີ, ມີຄວາມ​ສາມັກຄີ​ປອງ​ດອງ​ຊາດ, ສາສະໜາ​ເປັນ​ຢ່າງ​ດີ, ​ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ການ​ນຳພາ​ຂອງ​ພັກ​​. ສິ່ງ​ດັ່ງກ່າວ​​ແມ່ນ​​ລຳ້​ຄ່າ​ທີ່ສຸດ. ຫວັງ​ວ່າ, ພວກ​ເຮົາຈະປັບປຸງ​ສວນ​ຄືນ​ໃໝ່, ຍົກ​ສູງ​ສະມັດ​ຕະພາ​ບຜົນລະປູກ, ນຳ​​ເອົາ​ແນວ​ພັນ​ປູກ​ທີ່​ເໝາະ​ສົມ​ມາ​ປູກ​ຢູ່ທ້ອງ​ຖິ່ນ, ປ່ຽນ​ໃໝ່​​ແບບ​ວິທີ​ປູກຝັງ, ລ້ຽງສັດ​ສົມທົບ​ກັນ​ເພື່ອ​ມີ​ສະມັດ​ຕະພາບ​ດີ​ກ່ວາ​ອີກ.”

        ທ່ານນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ອຳນາດ​ການ​ປົກ​ຄອງ​ແຂວງ ດັກ​ລັກ​ສືບ​ຕໍ່​ໜູນ​ຊ່ວຍ​ເພື່ອ​ໃຫ້​ປະຊາຊົນ​ຕາ​ແສງ Eakao ພັດທະນາ​ເສດຖະກິດ, ສ້າງ​ຊີວິດ​ການ​ເປັນ​ຢູ່​ໃໝ່​ທີ່​ອິ່ມ​ໜຳ​ສຳລານ ​ແລະ ມີ​ຄວາມ​ຜາ​ສຸກ​ກ່ວາ.

        ກໍ່​ໃນ​ຕອນ​ບ່າຍ​ວັນ​ທີ 19/6, ທ່ານ​ນາຍົກລັດ​ຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ລົງ​ຢື້​ຢາມ​ຖາມ​ຂ່າວ, ມອບ​ຂອງ​ຂວັນ​ໃຫ້​ແມ່​ຫວຽດນາມ ວິລະ​ຊົນ ​ເລ​ທິ​​ແບ໋, ​ເລີມ​ທິຊິນ ຢູ່​ຕາ​ແສງ ຮ່ວາ​ທ້ວນ, ນະຄອນ​ບວນມ​າທວດ. ທ່ານ​ນາຍົກລັດຖະມົນຕີ ກໍ່​ໄດ້​ໄປ​ສຳ​ຫຼວດຮູບ​​ແບບ​ຟາ​ມທີ່ບັນລຸ​ຜົນສຳ​ເລັດ​ທີ່​ສຸດຂອງ​ຊາວ​ກະສິກອນ ຫວໍ​ຕ໋ຽນຢູ້ງ ຢູ່​ຕາ​ແສງ Eatu, ບວນມາ​ທວດ.

                                                         


ຂ່າວ/ບົດ​ອື່ນ