ນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມບໍລິສັດນຳ້ມັນອາຍແກັດZarubezeft

ນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມບໍລິສັດນຳ້ມັນອາຍແກັດZarubezeft - ảnh 1
ທ່ານ ຫງວຽນຊວນຟຸກ ຢ້ຽມຢາມ​ບໍລິສັດ​ນຳ້ມັນ​ອາຍ​ແກັດ Zarubezneft
(ພາບ: Thống Nhất/TTXVN)

(vovworld) – ​ ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ສະຫະພັນ ລັດ​ເຊຍ ຢ່າ​ງ​ເປັນ​ທາງ​ການ, ​ໃນ​ຕອນ​ບ່າຍ​ວັນ​ທີ 17/5, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້​​ໄປ​ຢ້ຽມຢາມ​ບໍລິສັດ​ນຳ້ມັນ​ອາຍ​ແກັດ Zarubezneft, ​ເຊິ່ງ​ແມ່ນ​ໜຶ່ງ​ໃນ​ບັນດາ​ບໍລິສັດ​ນຳ້ມັນ​ອາຍ​ແກັດ​ຕ່າງ​ແດນ​ແຖວ​ໜ້າ​ຂອງ ລັດ​ເຊຍ. ນະ​ທີ່​ນີ້, ທ່ານ ຫງວຽນ​ຊວນ​ຟຸກ ຕີ​ລາຄາ​ສູງ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ໃນ​ຂົງ​ເຂດ​ນຳ້ມັນ​ອາຍ​ແກັດລະຫວ່າງ 2 ປະ​ເທດ, ພິ​ເສດ​ແມ່ນ​ໃນ​ບັນດາ​ບໍລິສັດ​ຮ່ວມ​ທຸ​ລະ​ກິດ​ດີ​ເດັ່ນ​ລະຫວ່າງ ກຸ່ມ​ບໍລິສັດ​ນຳ້ມັນ​ອາຍ​ແກັດ​ແຫ່ງ​ຊາດ ຫວຽດນາມ ​ແລະ Zarubezneft ​ແມ່ນ Vietsovpetro ​ແລະ Rusvietpetro. ທ່ານ​ນາຍົກລັດຖະມົນຕີ ຢັ້ງຢືນ​ວ່າ: ລັດຖະບານ ຫວຽດນາມ ຍາມ​ໃດ​ກໍ່​ສະໜັບສະໜູນ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​​ແກ່ການ​ຮ່ວມ​ມື​ແບບ​ຍືນ​ຍົງ, ຍາວ​ນານ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນປະ​ໂຫຍດ​ໃນ​ຂົງ​ເຂດ​ນຳ້ມັນ​ອາຍ​ແກັດ​ລະຫວ່າງ 2 ປະ​ເທດ​ເວົ້າ​ລວມ ​ແລະ ລະ​ຫວ່າງ​ກຸ່ມ​ບໍລິສັດ​ນ​ຳ້ມັນ​ອາຍ​​ແກັດ​ແຫ່ງ​ຊາດ ຫວຽດນາມ ​ແລະ Zarubezneft ​ເວົ້າ​ສະ​ເພາະ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະໜັບ​ສະ​ໜູນ ວິ​ສາ​ຫະກິດ​ຂອງ 2 ປະ​ເທດ​ສືບ​ຕໍ່​ຄົ້ນ​ຄ້ວາ, ​ເປີດ​ກ້ວາງ​ການ​ເຄື່ອນ​ໄຫ​ວສຳ​ຫຼວດ, ຂຸດ​ຄົ້ນ​ນ​ຳ້ມັນ​ອາຍ​ແກັດ​ຢູ່ 2 ປະ​ເທດ ​ແລະ ​ປະ​ເທດ​ທີ 3, ພ້ອມ​ທັງ​ສະ​ເໜີ​: 2 ຝ່າຍ​ຄວນ​ຕັ້ງໜ້າ​ຄົ້ນ​ຄ້ວາ​ເພື່ອ​ຊອກ​ຫາ​ບັນດາ​ທິດ​ທາງ​ຮ່ວມ​ມື​ໃໝ່​ຄື​ການ​ປຸງ​ແຕ່ງບັນດາ​ຜະລິດ​ຕະພັນ​ນຳ້​ມັນ​ບໍ່, ຜະລິດ​ເຊື້ອ​ໄຟ​ເຄື່ອງ​ກົນ​ຈັກ, ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂຽວ.


ຂ່າວ/ບົດ​ອື່ນ